ການກວດກາບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ
(VOVWORLD) - ຕອນເຊົ້າວັນທີ 13 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຫົວໜ່ວຍອະນຸກຳມະການຈັດຕັ້ງຮັບໃຊ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ພ້ອມດ້ວຍບັນດາສະມາຊິກຂອງອະນຸກຳມະການໄດ້ມີການກວດກາບັນດາການເຄື່ອນໄຫວກະກຽມໃຫ້ແກ່ເຫດການການເມືອງທີ່ມີຄວາມສຳຄັນເປັນພິເສດນີ້.
ທ່ານ ເຈິ່ນເກີມຕູ ກວດກາພື້ນຖານໂຄງລ່າງສູນສື່ມວນຊົນ (ພາບ: TTXVN) |
ນະທີ່ນີ້, ທ່ານ ເຈິ່ນເກີມຕູ ໄດ້ກວດກາວຽກງານກະກຽມ, ປະດັບປະດາຢູ່ຫໍປະຊຸມຢ່າງລະອຽດ; ກວດກາພື້ນຖານໂຄງລ່າງສູນສື່ມວນຊົນ, ສູນບັນຊາການຂອງກະຊວງຕຳຫຼວດ, ບັນດາພະແນກທີ່ວິຊາການ, ວຽກງານສາທາລະນະສຸກ… ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການ ຮຽກຮ້ອງໃຫ້ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອມີການດັດປັບວຽກງານ, ກະກຽມໃຫ້ແກ່ການຝຶກຊ້ອມໃຫຍ່ ທີ່ຈະດຳເນີນໃນວັນທີ 14 ມັງກອນ; ສະເໜີໃຫ້ບັນດາອະນຸກຳມະການປະຕິບັບຖືກຕ້ອງຕາມຄຳຮຽກຮ້ອງຢ່າງແໜ້ນແຟ້ນ, ຖືກຕ້ອງຕາມຂໍ້ກຳນົດຫຼັກການ, ທັງນີ້ເພື່ອມຸ່ງໄປເຖິງເປົ້າໝາຍສູງສຸດ ນັ້ນແມ່ນຮັບປະກັນໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກປະສົບຜົນສຳເລັດຢ່າງຈົບງາມ.