ການກະກຽມໃຫ້ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2024

(VOVWORLD) - ເວທີສະແດງຕົ້ນຕໍຂອງ DIFF 2024 ໄດ້ອອກແບບຕາມຝາມື, ສົ່ງສານກ່ຽວກັບໂລກແຫ່ງສັນຕິພາບ, ວັດທະນະທຳມະນຸດ ຖືກກັບຫົວຂໍ້ຂອງ DIFF 2024
ການກະກຽມໃຫ້ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ 2024  - ảnh 1(ບັນດາຫົວໜ່ວຍພວມຮີບເຮັ່ງຜັນຂະຫຍາຍວຽກງານກະກຽມ)

        ງານບຸນຍິງບັ້ງໄຟດອກສາກົນ ດ່ານັ້ງ (DIFF) 2024 ຈັດຂຶ້ນແຕ່ວັນທີ 08 ມິຖຸນາ ຮອດວັນທີ 13 ກໍລະກົດ. ມາຮອດຈຸດເວລານີ້, ບັນດາຫົວໜ່ວຍພວມຮີບເຮັ່ງຜັນຂະຫຍາຍວຽກງານກະກຽມເວທີສະແດງ, ການຮັບປະກັບຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ລັກອະນາໄມສິ່ງແວດລ້ອມ…

        ເວທີສະແດງຕົ້ນຕໍຂອງ DIFF 2024 ໄດ້ອອກແບບຕາມຝາມື, ສົ່ງສານກ່ຽວກັບໂລກແຫ່ງສັນຕິພາບ, ວັດທະນະທຳມະນຸດ ຖືກກັບຫົວຂໍ້ຂອງ DIFF 2024: “MADE IN UNITY - ເຊື່ອມຕໍ່ທົ່ວໂລກ, ສະງ່າລາສີ 5 ທະວີບ”. ທ່ານ ເຈິ່ນຊວັນຮືງ, ຫົວໜ້າຄະນະຄຸ້ມຄອງໂຄງການ DIFF, ກຸ່ມບໍລິສັດ Sun Group, ໃຫ້ຮູ້ວ່າ:

        “ທີ່ງານບຸນຍິງບັ້ງໄຟດອກປີນີ້, ຢູ່ເຂດເວທີ, ພວກຂ້າພະເຈົ້າໄດ້ອອກແບບຄືນໃໝ່ ຕາມມາດຕະຖານໃໝ່ສຸດ. ສ່ວນໂຄງປະກອບ, ບັນດາເຂດທາງອອກກໍ່ໄດ້ປະຕິບັດຕາມຂໍ້ກຳນົດທີ່ຈຳເປັນ. ຮັບປະກັນວ່າ, ເມື່ອນຳເຂົ້າເຄື່ອນໄຫວທຸກແງ່ຊົມເບິ່ງລ້ວນແຕ່ງາມ”.

        ໄລ່ມາຮອດຈຸດເວລານີ້, ມີຫຼາຍຮາກຖານການບໍລິການ, ພັກເຊົ່າ, ກິນດື່ມຢູ່ນະຄອນ ດ່ານັ້ງ ໄດ້ກຽມພ້ອມຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວມາໂອກາດຈັດວັນບຸນຍິງບັ້ງໄຟດອກ. ຕາມທ່ານ ຫງວຽນເຕິນຫາຍ, ຫົວໜ້າຄະນະຄຸ້ມຄອງ ສຸຂະອະນາໄມດ້ານອາຫານນະຄອນ ດ່ານັ້ງ ແລ້ວ, ທຸກສິ່ງທຸກຢ່າງແມ່ນຮັບປະກັນທຸກມາດຕະຖານຄວາມປອດໄພໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວແລ້ວ.

        “ພວກຂ້າພະເຈົ້າໄປກວດກາຮ້ານອາຫານ, ບັນດາຮາກຖານຜະລິດ, ພິເສດແມ່ນບັນດາສະຖານທີ່ສະໜອງແຫຼ່ງທັນຍາຫານ, ສະບຽງອາຫານຂອງນະຄອນ. ພ້ອມທັງ, ໂຄສະນາໃຫ້ແກ່ບັນດາເຈົ້າຂອງຮາກຖານປະຕິບັດບັນດາຂໍ້ກຳນົດກ່ຽວກັບສຸຂະອະນາໄມດ້ານອາຫານໃຫ້ເປັນຢ່າງດີ”.

        ນອກຈາກການແຂ່ງຂັນຍິງບັ້ງໄຟດອກເປັນ 5 ຄືນຂອງທິມປະເທດເຈົ້າພາບ ດ່ານັ້ງ (ຫວຽດນາມ) ແລະ  7 ທິມຍິງບັ້ງໄຟດອກສາກົນ, ລວມມີ: ຝລັ່ງ, ອີຕາລີ, ອາເມລິກາ, ເຢຍລະມັນ, ໂປໂລຍ, ຈີນ, ແຟງລັງ, ໃນໂອກາດນີ້ຍັງຈະມີການເຄື່ອນໄຫວ 40 ຢ່າງກໍ່ໄດ້ຈັດໄປພ້ອມອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ