ການກະທົບຂອງສັນຍາຄູ່ຮ່ວມມືຮອບດ້ານພາກພື້ນຕໍ່ພື້ນຖານເສດຖະກິດຫວຽດນາມ

ການກະທົບຂອງສັນຍາຄູ່ຮ່ວມມືຮອບດ້ານພາກພື້ນຕໍ່ພື້ນຖານເສດຖະກິດຫວຽດນາມ - ảnh 1
ກອງ​ປະ​ຊຸມ​ປະ​ກາດ​ບົດ​ລາຍ​ງານ
ພາບ:vietstock.vn

(vovworld)-​ຕອ​ນ​ເຊົ້າ​ວັນ​ທີ 17/7 ຢູ່ ຮ່​າ​ໂນ້ຍ, ໂຄງ​ການ​ຫນູນ​ຊ່ວຍ​ນະ​ໂຍ​ບາຍ​ການ​ຄ້າ ແລະ ການ​ລົງ​ທຶນ ເອີ​ລົບ ສົມ​ທົບ​ກັບ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ປະ​ກາດ​ບົດ​ລາຍ​ງານ “ຕີ​ລາ​ຄາ​ການ​ກະ​ທົບ​ຂອງ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ພາກ​ພື້ນ (RCEP) ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ”. RCEP ແມ່ນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຄຸນ​ນະ​ພາບ​ສູງ ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ ລະ​ຫວ່າງ ອາ​ຊຽນ ກັບ 6 ປະ​ເທດ​ຄູ່​ຮ່ວມ​ມື ລວມ​ມີ: ຈີນ, ຍີ່​ປຸ່ນ, ສ​ເກົາ​ຫລີ, ອົດ​ສະ​ຕາ​ລີ, ນີວ​ເຊີ​ແລນ ແລະ ອິນ​ເດຍ. ສັນ​ຍາ​ດັ່ງ​ກ່າວ​ໄດ້​ມາ​ເຊິ່ງ​ກາ​ລະ​ໂອ​ກາດບໍ່​ແມ່ນ​ຫນ້ອຍ ແລະ ສິ່ງ​ທ້າ​ທາຍ ສຳ​ລັບ​ຫວຽດ​ນາມ. ບົດ​ລາຍ​ງານ​ໃຫ້​ຮູ້​ວ່າ: ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ ຮຽກ​ຮ້ອງ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ້ອງ​ສຸມ​ໃສ່​ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຍຸດ​ທະ​ສາດ​ໃຫ້​ເໝາະ​ສົມ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ​່​ກ້າວ​ຫນ້າ​ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຜະ​ລິດ ແລະ ຊຸກ​ຍູ້​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ, ຫັນ​ປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ.

ຂ່າວ/ບົດ​ອື່ນ