ການຄ້າ ຫວຽດນາມ - ອິນເດຍ ເພີ່ມຂຶ້ນ 43%

(VOVWORLD) - ກະຊວງອຸດສາຫະກຳ - ການຄ້າໄດ້ຄັດສະເໜີຕົວເລກຂອງທູດການຄ້າ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ: ການຄ້າສອງຝ່າຍໃນ 7 ເດືອນຕົ້ນປີໄດ້ເພີ່ມຂຶ້ນເກືອບ 43%. ໃນເດືອນ ມິຖຸນາ ແລະ ກໍລະກົດ, ຫວຽດນາມ ໄດ້ສົ່ງອອກເກີນດຸນປະມານ 68 ລ້ານ USD. 
ການຄ້າ ຫວຽດນາມ - ອິນເດຍ ເພີ່ມຂຶ້ນ 43% - ảnh 1 ພາບປະກອບ

ຕາມນັ້ນແລ້ວ, ໄລ່ຮອດ 7 ເດືອນຕົ້ນປີ 2017, ຍອດວົງເງິນສົ່ງອອກ ຫວຽດນາມ - ອິນເດຍ ບັນລຸກ່ວາ 4,2 ຕື້ USD, ໃນນັ້ນ ການສົ່ງອອກບັນລຸ 2 ຕື້ USD ເພີ່ມຂຶ້ນກ່ວາ 34%. ການສົ່ງອອກເຫຼັກກ້າປະເພດຕ່າງໆ, ໂລຫະທຳມະດາ ແລະ ຜະລິດຕະພັນຈາກເຫຼັກກ້າຍັງຄົງຮັກສາລະດັບເຕີບໂຕປະທັບໃຈ, ຍອດມູນຄ່າສົ່ງອອກຂອງ 3 ໝວດສິນຄ້ານີ້ໃນ 7 ເດືອນບັນລຸກ່ວາ 346 ລ້ານ USD ເພີ່ມຂຶ້ນກ່ວາ 98% ເມື່ອທຽບໃສ່ໄລຍະດຽວກັນຂອງປີກ່າຍ, ນີ້ແມ່ນໝວດສິນຄ້າທີ່ມີວົງເງິນສົ່ງອອກສູງສຸດຂອງ ຫວຽດນາມ ໄປຍັງ ອິນເດຍ. ເປັນໜ້າສົນໃຈແມ່ນ, ໃນເດືອນມິຖຸນາ ແລະ ກໍລະກົດ, ຫວຽດນາມ ລ້ວນແຕ່ສົ່ງອອກເກີນດຸນໄປຍັງ ອິນເດຍ ດ້ວຍມູນຄ່າຄ່ອຍໆເພີ່ມຂຶ້ນ, ໃນເດືອນມິຖຸນາ, ຫວຽດນາມ ໄດ້ສົ່ງອອກເກີນດຸນເກືອບ 22 ລ້ານ USD ແລະ ເດືອນ ກໍລະກົດ ການສົ່ງອອກເກີນດຸນແມ່ນກ່ວາ 46 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ