ການຈັດຕັ້ງIPU132ແມ່ນບາດກ້າວສຳຄັນໃນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ

ການຈັດຕັ້ງIPU132ແມ່ນບາດກ້າວສຳຄັນໃນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ - ảnh 1
​ຄະ​ນະຈັດ​ຕັ້ງ​ກອງ​ປະ​ຊ​ຸມIPU 132ພົບ​ປະ​ກັບບັນ​ດາ​
​ເອກອ​ັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ
ພາບ:vietnamplus.vn

(vovworld)-​ ວັນ​ທີ 6/2, ຢູ່​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ, ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ຊາ​ມັດ​ຊາ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132(IPU132) ໄດ້​ພົບ​ປະ​ກັບ​ບັນ​ດາ​ເອກອ​ັກ​ຄະ​ລັດ​ຖະ​ທູດ, ອຸ​ປະ​ທູດ, ຫົວ​ຫນ້າ​ບັນ​ດາ​ອົງ​ການ​ທູ​ຕາ​ນຸ​ທູດ ແລະ ບັນ​ດາ​ອົງ​ການ​ສາ​ກົນ​ຢູ່​ຮ່າ​ໂນ້ຍ ເພື່ອ​ສະ​ຫນອງ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ IPU 132 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ. ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ, ທ່ານ ເຈີນ​ວັນ​ຮັ່ງ, ຫົວ​ຫນ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ, ຮອງ​ຫົວ​ຫນ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ຈັດ​ຕັ້ງ​ຂັ້ນ​ລັດ​ກ່ຽວ​ກັບ IPU132 ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ດຳ​ເນີນ​ໄປ​ຢູ່​ຮ່າ​ໂນ້ຍ ແຕ່​ວັນ​ທີ 28/3-1/4 ແມ່ນ​ເຫດ​ການ​ສຳ​ຄັ​ນ​ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ສາ​ກົນ​ເກືອບ 2000 ຄົນ. ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ດັ່ງ​ກ່າວ ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ​ລັດ​ຖະ​ສະ​ພາ​ເວົ້າ​ສະ​ເພາະ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ເວົ້າ​ລວມ.

ຂ່າວ/ບົດ​ອື່ນ