ການຊັກຖາມທີ່ສະພາແຫ່ງຊາດຄວນເພີ່ມລັກສະນະໂອ້ລົມສົນທະນາ.


ການຊັກຖາມທີ່ສະພາແຫ່ງຊາດຄວນເພີ່ມລັກສະນະໂອ້ລົມສົນທະນາ. - ảnh 1
ທ່ານ ​ເຢືອງຈູງ​ກວກ, ສສຊ ​ແຂວງ​ດົ່ງ​ນາຍ
ພາບ:internet

 (vovworld) -  ຄຳ​ເຫັນສ່ວນ​ຫລາຍ​ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ​ແລະ ສະມາຊິກ​ສະພາ​ແຫ່ງ​ຊາດລ້ວນ​ແຕ່​ຕີ​ລາຄາວ່າ ວາລະ​ຊັກ​ຖາມ​ທີ່​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ດຳ​ເນີນ​ໄປ​ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ ​ແລະ ມີ​ຄວາມ​ຮັບຜິດຊອບ. ຄຳ​ຖາມ​ທີ່ ສສຊ ສົ່ງ​ເຖິງ​ບັນດາ​ລັດຖະມົນຕີ, ສະມາຊິກ​ຄະນະ​ລັດຖະບານ​ແມ່ນ​ຈະ​ແຈ້ງ ​ແລະ ບັນດາຄຳ​ຕອບ​ຂອງທ່ານ​ລັດຖະມົນຕີ​ກໍ​ສຸມ​ໃສ່​​​ບັນຫາ​ທີ່ ສສຊ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ພວມ​ສົນ​ໃຈ. ທ່ານ ​ເຢືອງຈູງ​ກວກ, ສສຊ ​ແຂວງ​ດົ່ງ​ນາຍ ຍົກ​ຄຳ​ເຫັນ​ວ່າ:

        “ຈຸດໝາຍ​ຂອງ​ການ​ຊັກ​ຖາມ​ແມ່ນ​​ເຮັດ​ແຈ້ງ​ບັນຫາ​ຮ້ອນ​ເຮັ່ງຊື່​ງປະຊາຊົນ​ພວມ​ສົນ​ໃຈ ​ເພື່ອ​ຢາກ​ຮູ້​ວ່າ ຄຳ​ຕອບ​ຂອງ​ບັນດາ​ທ່ານ​ລັດຖະມົນຕີ, ສະມາຊິກ​ຄະນະ​ລັດຖະບານ​ຄື​ແນວ​ໃດ ​ແລະ ຫລັງ​ຈາກ​ນັ້ນ​ເຮັດ​ແນວ​​​ໃດ​ເພື່ອ​​ໃຫ້​ມີ​ການ​ປ່ຽນ​ແປງ​. ຂ້າພະ​ເຈົ້າ​ຄິດ​ວ່າ ສະ​ໄຫມ​ປະຊຸມ​ເທ່ືອ​ນີ້ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ ປຊຊ ​​ເປັນ​ຈຳນວນ​ຫລາຍ.”

        ສ່ວນ​ທ່ານ ​ເລ​ຍືຕຽນ, ສສຊ ​ແຂວງ ກວ໋າງຈີ້ ສະ​ເຫ​ນີວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ຖ້າ​ຫາກ​ມີ​ເວລາ ຄວນ​ຈັດການ​ໂອ້​ລົມ​ສົນ​ທະ​ນາ​ໂດຍ​ກົງ​ລະຫວ່າງ ສສຊ ​ແລະ ຜູ້​ຕອບ​ຄຳ​ຊັກ​ຖາມ​ຫລາຍ​ກວ່າ, ​ເພີ​່ມລັກສະນະ​ໂອ້​ລົມ​ສົນທະນາ. ​ສຳລັບ​ບັນຫາ​ຫນຶ່ງ ຖ້າ​ຫາກ​ໄດ້​ຮັບ​ການ​​ໂອ້​ລົມ​ສົນທະນາ​ອາດ​ຈະ​ເພີ່ມ​ປະສິດທິ​ຜົນ​ຫລາຍ​ກວ່າ. ​ເປັນ​ຫນ້າ​ເສຍດາຍ ວາລະ​ຊັກ​ຖາມ​ພຽງ​ໃນ 2 ມື້​ເຄິ່ງ ສະ​ນັ້ນ​ຍາກ​ຈະ​ມີ​ການ​ໂອ້​ລົມ​ສົນທະນາຢ່າງ​ສູງ​ສຸດ​ໄດ້​ເພື່ອ​ບັນລຸ​ປະສິດ​ທິຜົນ​ຄື​​ໄດ້​ມຸ້ງ​ຫວັງ.”

ຂ່າວ/ບົດ​ອື່ນ