ການຊອກຫາເຮືອບິນຫາຍສາບສູນຂອງAirAsiaກ້າວເຂົ້າສູ່ມື້ທີສອງ

ການຊອກຫາເຮືອບິນຫາຍສາບສູນຂອງAirAsiaກ້າວເຂົ້າສູ່ມື້ທີສອງ - ảnh 1
ເປີດ​ກ້​ວາງ​ບໍ​ລິ​ເວນຊອ​ກ​ຫາ​ເຮືອ​ບິນ ເລກໝາຍ QZ 8501
(ພາບ: Reuters)


(vovworld) - ໂຄ​ສົກ​ສູນ​ຊອກ​ຫາ​ ແລະ ກູ້​ໄພ​ກູ້​ຊີບ ອິນ​ໂດ​ເນ​ເຊຍ (Basarnas) ໃນ​ວັນ​ທີ 29/12 ໃຫ້​ຮູ້​ວ່າ: ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ເຮືອ​ບິນ​​ເລກໝາຍ QZ 8501 ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ໃນ​ຊຸມ​ວັນ​ຈະ​ມາ​ເຖິງ. ກຳ​ນົດເວ​ລາ​​ໃນ​ການ​ຊອກ​ຫາ​ແມ່ນ​ອາ​ທິດ​ໜຶ່ງ ແລະ ອາດ​ຈະ​ແກ່​ຍາວ​ກ່​ວາ ໂດຍ​ອີງ​ໃສ່​ສະ​ພາບ​ການ​ຕົວ​ຈິງ.

        ​ສູນ Basarnas ໄດ້​ສ້າງ​ຕັ້ງ​ສູນ​ບັນ​ຊາ​ການ​ຢູ່​ສະ​ໜາມ​ບິນ Pangkalpinang ເພື່ອ​ຕິດ​ຕາມກວດ​ກາ​ວຽກ​ງານ​ຊອກ​ຫາ, ກູ້​ໄພ​ກູ້​ຊີບ, ປະ​ຈຸ​ບັນ​ສຸມ​ໃສ່​ຢູ່​ເຂດ​ທະ​ເລ​ລະ​ຫວ່າງ Belitung ແລະ Kalimantan ຕາ​ເວັນ​ຕົກ ແລະ ບໍ​ລິ​ເວນຊ່ອ​ງ​ທະ​ເລ Karimata. ອິ​ນ​ໂດ​ເນ​ເຊຍ ໄດ້​ຈັດ​ສົ່ງ​ກ່ຳ​ປັ່ນ 30 ລຳ ແລະ ເຮືອ​ບິນ 15 ລຳ​ເພື່ອ​ແນ​ໃສ່​​ຢັ້ງ​ຢືນ​ຈຸດ​ທີ່​ຕັ້ງ​ຂອງ​ເຮືອ​ບິນ​ຫາຍ​ສາບ​ສູນ. ໃນ​ຂະ​ນະ​ນັ້ນ, ສິງ​ກາ​ໂປ, ມາ​ເລ​ເຊຍ ແລະ ອົດ​ສະ​ຕາ​ລີ ໄດ້​ສົ່ງ​ເຮືອ​ບິນ ແລະ ກ່ຳ​ປັ່ນ​ເຂົ້າ​ຮ່ວມ​ການ​ຊອກ​ຫາ.

 


ຂ່າວ/ບົດ​ອື່ນ