ການຍາດຊິງໃນທະເລຕາເວັນ ອອກຕ້ອງແກ້ໄຂໂດຍສັນຕິວິທີ ແລະຜ່ານທາງການທູດ

ກອງ​ປະຊຸມ​ສາກົນກ່ຽວກັບທະ​ເລ​ຕາ​ເວັນ​ອອກ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ​ແລະ 13 ທັນວາ ຢູ່​ນະ​ຄອນ​ຫຼວງ​ກົວ​ລາ​ລຳ​ເປີ​ປະ​ເທດ​ມາ​ເລ​ເຊຍ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ​ຮູ້, ນັກ​ຊ່ຽວຊານ, ນັກ​ການ​ທູດ​ທີ່​ມາ​ຈາກ 25 ປະ​ເທດ​ໃນ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ. ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ Richard Riot Anak jaem ​​ໄດ້ເນັ້ນ​ໜັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ທະ​ເລ​ຕາ​ເວັນ​ອອກ​ທີ່​ມີ​ຕໍ່​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຖື​ວ່າ ພາກ​ພື້ນ​ອາ​ຊຽນມີ​ສາຍສຳພັນ​ຫຼາຍ​ດ້ານ​ທີ່​ ບໍ່​ອາດ​ຕັດ​ແຍກ​ອອກ​ຈາກ​ທະ​ເລຕາວັນ​ອອກ​ໄດ້. ທ່ານ​ຢືນຢັນ​ວ່າ ບັນ​ຫາ​ຍາດ​ຊິງ​ອະທິປະ​ໄຕ​ຢູ່ ທະ​ເລຕາວັນ​ອອກ​, ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນຕິ​ວິທີ ​ແລະ ຜ່ານ​ທາງ​ການ​ທູດ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ, ປະກອບສ່ວນ​ສ້າງ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ໃຫ້​ກາຍ​ເປັນ​ພາກ​ພື້ນ​ສັນຕິພາບ ​ແລະ ປອງດອງ. ບັນດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ​ຍັງ​ສຸ​ມ​ໃສ່​ປຶກສາ​ຫາລື​ຫົວ​ເລື່ອງ​ຕ່າງໆ​ຄື ການ​ປະຕິບັດ​ຫຼັກການ​ແນະນຳ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ວິທີ​ການປະພຶດຂອງ​ຝ່າຍ​ຕ່າງໆ​ຢູ່ ທະ​ເລຕາວັນ​ອອກ​ ( DOC ), ຄວາມ​ສຳຄັນ​ດ້ານຍຸດ​ທະ​ສາດຂອງ​ບັນດາ​ສາຍ​ທາງ​ທະ​ເລຢູ່ ທະ​ເລຕາວັນ​ອອກ​ທີ່​ມີ​ຕໍ່​ການ​ຄ້າ​ອາຊີ....... ​ໃນ​ບົດ​ປະກອບ​ຄຳ​​ເຫັນ​ຂອງ​ຕົນ, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ ທະ​ເລຕາວັນ​ອອກ​​ທີ່​ຂຶ້ນ​ກັບ​ສະ​ຖາ​ບັນ​ການ​ຕ່າງປະ​ເທດ​ຫວຽດນາມ ​ເຈີ​ນ​ເຈື່ອງ​ຖີ ​ໄດ້​ນຳ​ສະ​ເໜີ​ທັດສະນະ​ກ່ຽວ​ກັບ​ການ​ຜັນ​ແປ​ໃນ​ມໍ່ໆ​ມາ​ນີ້​ຢູ່ ທະ​ເລຕາວັນ​ອອກ​, ​ເນັ້ນ​ເຖິງ​ຄວາມ​ຈຳ​ເປັນ​ຕອ້ງສ້າງ DOC , ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ ......

ຂ່າວ/ບົດ​ອື່ນ