ອາ​ເມ​ລິ​ກາ ແລະ ຢູ​ແກຼນ ເປີດ​ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃໝ່

(VOVWORLD) -  ຮອບເຈລະຈາສັນຕິພາບໃໝ່ໂດຍທ່ານ Steve Witkoff ທູດພິເສດຂອງປະທານາທິບໍດີ ອາເມລິກາ ພ້ອມກັບທ່ານ Jared Kushner, ລູກເຂີຍຂອງທ່ານປະທານາທິບໍດີ Trump ເປັນປະທານ.
ອາ​ເມ​ລິ​ກາ ແລະ ຢູ​ແກຼນ ເປີດ​ຮອບ​ເຈ​ລະ​ຈາ​ສັນ​ຕິ​ພາບ​ໃໝ່ - ảnh 1(ພາບ: REUTERS )

      ວັນທີ 19 ທັນວາ,  ບັນດາເຈົ້າໜ້າທີ່ ອາເມລິກາ ແລະ ຢູແກຼນ ໄດ້ເລີ່ມເປີດຮອບເຈລະຈາສັນຕິພາບໃໝ່ ຊື່ງຄາດວ່າຈະແກ່ຍາວໃນເວລາ 2 ວັນ ຢູ່ນະຄອນ Miami ຂຶ້ນກັບລັດ Florida ຂອງ ອາເມລິກາ. ການກະທຳນີ້ດຳເນີນໄປໃນສະພາບການທີ່ປະທານາທິບໍດີ ອາເມລິກາ Donald Trump ພວມມານະພະຍາຍາມຊຸກຍູ້ແຜນການຢຸດຕິການປະທະກັນທີ່ແກ່ຍາວເກືອບ 4 ປີຜ່ານມາຢູ່ ຢູແກຼນ.

   ຮອບເຈລະຈາສັນຕິພາບໃໝ່ໂດຍທ່ານ Steve Witkoff ທູດພິເສດຂອງປະທານາທິບໍດີ ອາເມລິກາ ພ້ອມກັບທ່ານ Jared Kushner, ລູກເຂີຍຂອງທ່ານປະທານາທິບໍດີ Trump ເປັນປະທານ. ໜ້າສົນໃຈແມ່ນ ຮອບເຈລະຈາຄັ້ງນີ້ ກໍ່ຈະມີການເຂົ້າຮ່ວມຂອງ “ບັນດາທີ່ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດທີ່ມາຈາກ ອັງກິດ,ຝະລັ່ງ ແລະ ເຢຍລະມັນ”. ຄະນະຜູ້ແທນ ຢູແກຼນ ໂດຍນັກເຈລະຈາ Rustem Umerov ນຳໜ້າ. ໃນຂະນະນັ້ນ, ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານອາດຈະເຂົ້າຮ່ວມສ່ວນໜຶ່ງໃນການເຈລະຈາຄັ້ງຕ່າງໆໃນວັນທີ 20 ທັນວາ.

ຕອບກັບ

ຂ່າວ/ບົດ​ອື່ນ