ການທາບທາມຄວາມເຫັນດ້ານການເມືອງ ຫວຽດນາມ - ໂປໂລຍ

(VOVWORLD) - 2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ
ການທາບທາມຄວາມເຫັນດ້ານການເມືອງ ຫວຽດນາມ - ໂປໂລຍ - ảnh 1ການທາບທາມຄວາມເຫັນດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂປໂລຍ
(ພາບ: TTXVN)

        ວັນທີ 30 ພຶດສະພາ, ຢູ່ ຮ່າໂນ້ຍ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ນາງ ເລທິທູຮັ່ງ ແລະ ທ່ານຮອງລັດຖະມົນຕີການຕ່າງປະເທດ ໂປໂລຍ Krystyna Radwan-Röhrenschef, ໄດ້ເປັນປະທານຮ່ວມການທາບທາມຄວາມເຫັນດ້ານການເມືອງ ຂັ້ນຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ - ໂປໂລຍ, ແລກປ່ຽນທິດທາງ, ມາດຕະການຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ - ໂປໂລຍ.

        2 ຝ່າຍໄດ້ເຫັນດີນຳກັນວ່າ, ໃນໄລຍະຈະມາເຖິງຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ ແລະ ສະພາແຫ່ງຊາດ; ຊຸກຍູ້ການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ກະສິກຳ, ວັດທະນະທຳ - ທ່ອງທ່ຽວ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນດີຈີຕອນ… ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັນ ໂປໂລຍ ແລະ ສະຫະພາບເອີລົບ.

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, 2 ຝ່າຍໄດ້ເຫັນດີພິຈາລະນາການສ້າງຕັ້ງຄະນະກຳມະການລະຫວ່າງລັດຖະບານ ກ່ຽວກັບການຮ່ວມມືດ້ານເສດຖະກິດ; ສ້າງທຸກເງື່ອນໄຂສະດວກໃຫ້ແກ່ສິນຄ້າຂອງ 2 ປະເທດແຊກຊຶມເຂົ້າຕະຫຼາດຂອງກັນໃຫ້ຫຼາຍກວ່າ; ສົ່ງເສີມວິສາຫະກິດ ໂປໂລຍ ຍູ້ແຮງງານລົງທຶນເຂົ້າ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ