ການທາບທາມຄວາມເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ - Quatar

ການທາບທາມຄວາມເຫັນດ້ານການເມືອງລະຫວ່າງກະຊວງການຕ່າງປະເທດຫວຽດນາມ - Quatar - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວູຮົ່ງນາມ
ແລະ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Quatar
(ພາບ: tgvn.com.vn)


(vovworld) – ​ໂດຍ​ປະຕິບັດ​ຂໍ້​ຕົກລົງລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລະ ກະຊວງ​ການ​ຕ່າງປະ​ເທດ Quatar, ວັນ​ທີ 11/02, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຫວູຮົ່ງນາມ ​ແລະ ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ Quatar Mohammed Bin Abdullah Bin Mutib Al Rumaihi, ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ດ້ານ​ການ​ເມືອງ​ຄັ້ງ​ທີ​ໜຶ່ງ​ລະຫວ່າງ 2 ກະຊວງ​ການ​ຕ່າງປະ​ເທດຢູ່​ຮ່າ​ໂນ້ຍ. 2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພີ່ມ​ທະວີ​ການ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ 2 ປະ​ເທດ​ຢ່າງ​ລະອຽດ, ພິ​ເສດ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ການ​ເມືອງ - ການ​ທູດ, ການ​ຄ້າ, ການ​ລົງທຶນ ​ແລະ ​ແຮງ​ງານ. 2 ຝ່າຍ​ເຫັນ​ດີ​ຕ້ອງ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ໃນ​ນັ້ນ​ພິ​ເສດ​ແມ່ນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ; ພ້ອມ​ທັງ​ຢືນຢັນ​ວ່າ ຈະ​ສືບ​ຕໍ່ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ບັນດາ​ເວທີ​ປາ​ໄສ​ສາກົນ​. ກ່ຽວ​ກັບ​ດ້ານ​ເສດຖະກິດ, 2 ຝ່າຍ​ໄດ້​ເປັນ​ເອກະ​ພາບ​ຕ້ອງ​ເພີ່ມ​ທະວີ​ການ​ພົບ​ປະລະ​ຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ວົງ​ການ​ວິ​ສາ​ຫະກິດ 2 ປະ​ເທດ ​ເພື່ອ​ແນ​ໃສ່​ຍົກ​ສູງ​ວົງ​ເງິນ​ການ​ຄ້າ 2 ສົ້ນ, ຍູ້​ແຮງ​ການ​ຜັນ​ຂະຫຍາຍ​​ບັນດາຂໍ້​ຕົກລົງ​ຮ່ວມ​ມືກ່ຽວ​ກັບ​ການ​ລົງທຶນ, ກະສິກຳ, ​ແຮງ​ງານ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ