ການນໍາບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ສືບຕໍ່ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈ ຕໍ່ກັນຈາກໄປ ທ່ານປະທານປະເທດ ເຈິ່ນດ້າຍກວາງ

(VOVWORLD) -ໂດຍໄດ້ຮັບຂ່າວທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເຖິງແກ່ມໍລະນະກໍາ, ການນໍາບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ, ບັນດາພັກກອມມູນິດ ສືບຕໍ່ສົ່ງສານ ແລະ ໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈ ເຖິງການນໍາພັກ, ລັດ, ລັດຖະບານ,  ປະຊາຊົນຫວຽດນາມ ແລະ ຄອບຄົວ, ຍາດຕິພີ່ນ້ອງ ທ່ານປະທານປະເທດ ເຈິ່ນດ້າຍກວາງ.

ສານແບ່ງເບົາຄວາມເສົ້າສະຫຼົດໃຈ ຂອງບັນດາການນໍາ ອາຊຽນ ໄດ້ຂຽນວ່າ:

        “ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແມ່ນຜູ້ນໍາທີ່ໜ້າເຄົາລົບນັບຖື, ໂດຍໄດ້ອຸທິດທັງຊີວິດ ແລະ ພາລະກິດຂອງຕົນ ເພື່ອ ປະຊາຊົນ. ເພາະສະນັ້ນ, ປະເທດຫວຽດນາມ ແລະ ພາກພື້ນຂອງພວກເຮົາ ຈຶ່ງສວຍງາມກວ່າ. ພວກຂ້າພະເຈົ້າເຄົາລົບນັບຖື ແລະ ຕີລາຄາສູງບັນດາການປະກອບສ່ວນຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ທີ່ມີຕໍ່ ຊາຍຄາອາຊຽນຂອງພວກເຮົາ”.

        ໃນສານແບ່ງເບົາຄວາມເສົ້າສະຫຼົດໃຈ ຂອງ ທ່ານ Vyacheslav Volodin  ປະທານສະພາຕໍ່າ ລັດເຊຍ ແລະ ທ່ານນາງ Valentina Matvienko ປະທານສະພາສະຫະພັນລັດເຊຍ ໄດ້ສົ່ງເຖິງ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກໍໄດ້ຕີລາຄາທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງວ່າ ແມ່ນການນໍາທີ່ມີຄວາມປີຊາສາມາດ ແລະ ສັດຊື່ບໍລິສຸດ, ສົມເປັນທີ່ເຄົາລົບນັບຖື ແລະ ໄວ້ເນື້ອເຊື່ອໃຈສູງຈາກ ປະຊາຊົນ ແລະ ເພື່ອນມິດສາກົນ.

        ທ່ານ Rodrigo Duterte ປະທານາທິບໍດີ ຟິລິບປິນ ໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈ ເຖິງທ່ານນາງ ດັ້ງທິງັອກທິ້ງ ຮັກສາການປະທານປະເທດຫວຽດນາມ; ທ່ານ Alan Peter Cayetano ລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ກໍໄດ້ສົ່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ທຸກຄົນລ້ວນແຕ່ຢັ້ງຢືນວ່າ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ແມ່ນເພື່ອນທີ່ດີຂອງປະຊາຊົນຟິລິບປີນຢ່າງແທດຈິງ ແລະ ຍາມໃດກໍຈະຈົດຈໍາບັນດາຄວາມມານະພະຍາຍາມທີ່ບໍ່ຮູ້ອິດຮູ້ເມື່ອຍໃນຕະຫຼອດຊີວິດຂອງທ່ານ ເພື່ອຮັດແໜ້ນການພົວພັນກັບ ຟິລິບປິນ ກໍຄືບັນດາປະເທດພາຍໃນພາກພື້ນ ຕະຫຼອດໄປ.

        ນອກຈາກນັ້ນ, ຍັງມີການນໍາພັກ, ລັດ ແລະ ບັນດາອົງການຈັດຕັ້ງຂອງບັນດາປະເທດອື່ນໆ ກໍໄດ້ສົ່່ງສານແບ່ງເບົາຄວາມເສົ້າສະຫຼົດໃຈເຖິງການນໍາພັກ, ລັດ ແລະ ຄອບຄົວ, ຍາດຕິພີ່ນ້ອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເປັນຕົ້ນແມ່ນ: ທ່ານປະທານາທິບໍດີສະຫະພາບ ມຽນມາ Win Myint  ແລະ ທີ່ປຶກສາແຫ່ງລັດ ມຽນມາ Aung Suu Kyi,  ທ່ານ ຜູ້ມີສິດອໍານາດເຕັມແຫ່ງ ອົດສະຕາລີ Peter Cosgrove, ທ່ານປະທານາທິບໍດີ ອົດສະຕາລີ Scott Morrison, ເຈົ້າມະຫາເຫສີ ລາຊະອານາຈັກ ແອັດສະປາຍ Felipe, ຜູ້ອໍານວຍການໃຫຍ່ອົງການ UNESCO Audrey Azoulay, ທ່ານປະທານາທິບໍດີ ສ. ອຸດສະເບກິດສະຖານ Shavkat Mirziyoyev; ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko...


ຕອບກັບ

ຂ່າວ/ບົດ​ອື່ນ