ການ​ນຳ ພັກ, ລັດ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ທ້ອງ​ຖິ່ນ​ຕ່າງໆ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ຂານ 2022

(VOVWORLD) -ຕອນບ່າຍວັນທີ 18 ມັງກອນ, ທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ຫວຽດນາມ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ ເນື່ອງໃນໂອກາດບຸນປີໃໝ່ຢູ່ເມືອງ ໝີຕູ໊, ແຂວງ ຊອັກຈັງ.
ການ​ນຳ ພັກ, ລັດ ຢ້ຽມ​ຢາມ ແລະ ມອບ​ຂອງ​ຂວັນ​ໃຫ້​ແກ່​ທ້ອງ​ຖິ່ນ​ຕ່າງໆ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ຂານ 2022 - ảnh 1ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ມອບຂອງຂວັນໃຫ້ແກ່ຄອບຄົວທຸກຍາກ ຢູ່ ຊອັກຈັງ (ພາບ: TTXVN)

   ກ່າວຄຳເຫັນທີ່ພິທີມອບຂອງຂວັນ, ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ສະເໜີໃຫ້ແຂວງ ຊອັກຈັງ ຈົ່ງສຳຜັດກັບແຫຼ່ງກຳລັງໂດຍໄວ, ໂດຍສະເພາະແມ່ນ 3 ໂຄງການເປົ້າໝາຍແຫ່ງຊາດ, ລະອຽດແມ່ນໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການກໍ່ສ້າງຊົນນະບົດໃໝ່, ໂຄງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ໂຄງການເປົ້າໝາຍແຫ່ງຊາດພັດທະນາເສດຖະກິດ - ສັງຄົມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍແບບຍືນຍົງ ໄລຍະ 2021 – 2030; ບ້ວງເງິນໜູນຊ່ວຍ 350 ພັນຕື້ດົ່ງ ໃຫ້ແກ່ການຟື້ນຟູພັດທະນາເສດຖະກິດ - ສັງຄົມ ໃນໄລຍະ 2 ປີ 2022 – 2023.

        ໃນການເດີນທາງໄປປະຕິບັດງານຢູ່ແຂວງຊອັກຈັງ ຄັ້ງນີ້, ຄະນະປະຕິບັດງານຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ມອບເຮືອນແຫ່ງສາຍຈິດມິດໃຈຈຳນວນ 14 ຫຼັງ ແລະ ຂອງຂວັນ 750 ພູດ; ມອບຂອງຂວັນໃຫ້ຄອບຄົວທຸກຍາກ ແລະ ນັກຮຽນທຸກຍາກທີ່ຮຽນເກັ່ງຢູ່ເມືອງ ໝີຕູ໊ ແລະ ສູນອຸປະກະລະສັງຄົມແຂວງ ຊອັກຈັງ.

        ໃນວັນດຽວກັນ, ຄະນະປະຕິບັດງານຂອງຄະນະເລຂາສູນກາງພັກ ໂດຍທ່ານ ຫງວຽນຈ້ອງເຫງັຍ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ເປັນຫົວໜ້າຄະນະ ກໍໄດ້ຢ້ຽມຢາມ, ມອບຂອງຂວັນໃຫ້ກຳມະກອນ, ຄອບຄົວທຸກຍາກຢູ່ແຂວງ ຕ່ຽນຢາງ ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ