ການ​ນຳ ສ​ປ​ປ.ເກົາຫຼີ Kim Jong – un ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ລົບ​ລ້າງ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ

(VOVWORLD) - ວັນທີ 9 ມັງກອນ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດສະເໜີຄຳປາໄສຂອງການນຳ ສປປ.ເກົາຫຼີ  Kim Jong – un ໂດຍຮຽກຮ້ອງໃຫ້ ອາເມລິກາ ລົບລ້າງນະໂຍບາຍເປັນປໍລະປັກ ເພື່ອປັບປຸງການພົວພັນສອງຝ່າຍ. 
ການ​ນຳ ສ​ປ​ປ.ເກົາຫຼີ Kim Jong – un ຮຽກ​ຮ້ອງ​ໃຫ້ ອາ​ເມ​ລິ​ກາ ລົບ​ລ້າງ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ - ảnh 1ການນຳ ສປປ.ເກົາຫຼີ  Kim Jong – un ກ່າວຄຳເຫັນໃນວັນທີ 5 ມັງກອນ (ພາບ: KCNA/TTXVN)

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່ຄັ້ງທີ 8 ຂອງພັກແຮງງານ ສປປ.ເກົາຫຼີ, ທ່ານ Kim Jong – un ຢັ້ງຢືນວ່າ ນະໂຍບາຍຂອງ ວໍຊີງຕັນ ທີ່ມີຕໍ່ ພຽງຢາງ ຈະບໍ່ມີການປ່ຽນແປງ ບໍ່ວ່າຜູ້ໃດຈະເປັນປະທານາທິບໍດີ ອາເມລິກາ ກໍ່ຕາມ. ນອກຈາກນັ້ນ, ທ່ານ Kim Jong – un ກໍຖະແຫຼງວ່າ ພຽງຢາງ ຈະສືບຕໍ່ພັດທະນາອາວຸດນິວເຄຼຍ ເພື່ອການຄົງຕົວຂອງ ສປປ.ເກົາຫຼີ. ເມື່ອເຕື້ອງເຖິງກອງປະຊຸມສຸດຍອດ ອາເມລິກາ - ສປປ.ເກົາຫຼີ, ທ່ານ Kim Jong – un ຢັ້ງຢືນວ່າ ສປປ.ເກົາຫຼີ ໄດ້ “ມານະພະຍາຍາມ” ແລະ “ອົດກັ້ນຢ່າງສຸດຂີດ” ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງໃນພາກພື້ນ.

        ກ່ຽວກັບການພົວພັນກັບ ສ.ເກົາຫຼີ, ທ່ານ Kim Jong – un ຍັງເປີດໂອກາດໃຫ້ການປັບປຸງການພົວພັນ, ພ້ອມທັງເນັ້ນໜັກວ່າ ການພົວພັນລະຫວ່າງສອງຝ່າຍ ອາດຈະກັບຄືນສູ່ບັນຍາກາດສັນຕິພາບຄືກ່ອນນີ້ 3 ປີ ບໍ່ວ່າໃນຈຸດເວລາໃດ, ແຕ່ທຸກສິ່ງທຸກຢ່າງແມ່ນຂຶ້ນກັບການປະພຶດຂອງ ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ