ການນຳ ອິດສະລາແອັນ ແລະ ລັດເຊຍ ເຫັນດີເປັນເອກະພາບຈະພົບປະກັນະເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ

(VOVWORLD) - ວັນທີ 07 ຕຸລາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໃຫ້ຮູ້ວ່າ: ທ່ານ ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີເປັນເອກະພາບຈະພົບປະຄັ້ງທຳອິດພາຍຫລັງເຫດເຮືອບິນ IL-20 ຂອງ ລັດເຊຍ ຖືກຍິງຕົກໃນວັນທີ 19 ກັນຍາ ຜ່ານມາ.
ການນຳ ອິດສະລາແອັນ ແລະ ລັດເຊຍ ເຫັນດີເປັນເອກະພາບຈະພົບປະກັນະເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງ - ảnh 1 ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ  Benjamin Netanyahu ໄດ້ຍົກອອກຄຳເຫັນດັ່ງກ່າວທີ່ກອງປະຊຸມຄະນະລັດຖະບານ ແຕ່ບໍ່ເຜີຍໃຫ້ຮູ້ຢ່າງລະອຽດກ່ຽວກັບສະຖານທີ່ ແລະ ວັນເວລາຈະພົບປະເຈລະຈາກັບທ່ານປະທານາທິບໍດີ Vladimir Putin. ທ່ານນາຍົກລັດຖະມົນຕີ Benjamin Netanyahu ຊີ້ແຈ້ງວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin ແລະ 2 ຝ່າຍໄດ້ເຫັນດີເປັນເອກະພາບຈະມີການພົບປະໂດຍໄວ ເພື່ອສືບຕໍ່ສົມທົບກັນທາງດ້ານປ້ອງກັນຄວາມສະຫງົບທີ່ສຳຄັນລະຫວ່າງກຳລັງປະກອບອາວຸດ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ