ການນຳ ອີຢູ ແລະ ອັງກິດ ໂອ້ລົມທາງໂທລະສັບ, ຂໍ້ຕົກລົງຫລັງ Brexit ຍັງຄົງຈົນຕາແຈ

(VOVWORLD) -ວັນທີ 5 ທັນວາ, ທ່ານ Ursula von de Layen ປະທານ ຄະນະກຳມະການເອີລົບ ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໄດ້ໂອ້ລົມທາງໂທລະສັບເພື່ອຊອກຫາວິທີແກ້ໄຂຄວາມຈົນຕາແຈໃນການເຈລະຈາກ່ຽວກັບຂໍ້ຕົກລົງການຄ້າຫລັງ Brexit. 

ເຖິງຢ່າງໃດກໍຕາມ ຖະແຫລງການຮ່ວມຫລັງການໂອ້ລົມທາງໂທລະສັບໃຫ້ຮູ້ວ່າ: ຄວາມແຕກຕ່າງຍັງມີຢູ່ ແລະ ສອງຝ່າຍຈະສືບຕໍ່ເຈລະຈາເພື່ອ ແກ້ໄຂ.

ຖະແຫລງການຢືນຢັນ ຈະບໍ່ສາມາດບັນລຸໄດ້ຂໍ້ຕົກລົງ ຖ້າຫາກຄວາມບໍ່ລົງລອຍກັນປະຈຸບັນບໍ່ສາມາດແກ້ໄຂໄດ້.  ປະຈຸບັນ ຄວາມບໍ່ລົງລອຍກັນລະຫວ່າງ ລອນດອນ ແລະ ບຣຸກແຊນ ຍັງແມ່ນສຸມໃສ່ຂົງເຂດການປະມົງ, ຂໍ້ກຳນົດແກ້ງແຍ່ງຢ່າງສະເຫມີພາບ ແລະ ກົນໄກແກ້ໄຂຄວາມບໍ່ລົງລອຍກັນ.

ຕອບກັບ

ຂ່າວ/ບົດ​ອື່ນ