ການນຳVOVຕ້ອນຮັບຄະນະນັກຂ່າວລາວມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ

ການນຳVOVຕ້ອນຮັບຄະນະນັກຂ່າວລາວມາຢ້ຽມຢາມແລະເຮັດວຽກຢູ່ຫວຽດນາມ - ảnh 1
(ການ​ນຳ VOV ຕ້ອນ​ຮັບ​ຄະ​ນະ​ນັກ​ຂ່າວ​ລາວ
​ມາ​ຢ້ຽມ​ຢາມ​ແລະ​ເຮັດ​ວຽກ​ຢູ່​ຫວຽດ​ນາມ)


(vovworld) - ​​ຕອນ​ເຊົ້າ​ວັນ​ທີ 10/10, ຢູ່​ສູນ​ກະ​ຈາຍ​ສຽງ​ແຫ່ງ​ຊາດ, ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ (VOV) ເຮືອນ​ເລກ​ທີ 58, ຖະ​ໜົນ​ກ໋​ວານ​ຊື໋, ຮ່າ​ໂນ້ຍ, ທ່ານ ສົມ​ສະ​ຫວ​າດ ພົງ​ສາ, ຮອງ​ຫົວ​ໜ້າ​ກົມ​​​ສື່ມວນ​ຊົນ​ສ​ປ​ປ.​ລາວ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ເຊິ່ງ​ແມ່ນ​ບັນ​ດາ​ຫົວ​ໜ້າ​​ພະ​ແນກ, ນັກ​ຂ່າວ​ຢູ່​ບັນ​ດາ​ອົງ​ການ​ສຳ​ນັກ​ຂ່າວ​ສານ, ​ສື່ມວນ​ຊົນ​ລາວ ໄດ້​ມາ​ຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ຢູ່ VOV. ທ່ານ​ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ VOV ​ຫວູ​ຫາຍ ໄດ້​ເປັນ​​ເຂົ້າ​ພາບ​ໃນ​ການ​ຕ້ອນ​ຮັບ, ພ້ອມ​ກັບ​ການ​ນຳ​ບັນ​​ດາ​ຫົວ​ໜ່ວຍ​ຂຶ້ນ​ກັບ VOV. ທີ່​ການ​ຕ້ອນ​ຮັບ, ທ່ານ​ຮອງ​ຜູ​້​ອຳ​ນວຍ​ການ​ໃຫຍ່ VOV ຫວ​ູ​ຫາຍ ໄດ້​ແນະ​ນຳ​ໃຫ້​ບັນ​ດາ​ນັກ​ຂ່າວ​ລາວ ກ່ຽວ​ກັບ​ໂຄງ​ປະ​ກອບ, ການ​ເຄື່ອນ​ໄຫວ​ຂອງ VOV ກໍ​ຄື​ບັນ​ດາ​ຮູບ​ແບບ​ສື່ມວນ​ຊົນ​ຂອງ VOV.

        “VOV ແມ່ນ​ອົງ​ການ​ຂຶ້ນ​ກັບ​ລັດ​ຖະ​ບານ, ພ້ອມ​ກັບ​​ສະ​ຖາ​ນີ​ໂທ​ລະ​ພ​າບ​ຫວຽດ​ນາມ ແລະ ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ. ປະ​ຈ​ຸ​ບັນ, ພວກ​ຂ້າ​ພະ​ເຈົ້າ​ມີ​ 7 ຊ່ອງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ; ມີ 6 ອົງ​ການ​ປະ​ຈຳ​ຢູ່​ພາຍ​ໃນ​ປະ​ເທດ ແລະ ນອກນັ້ນ​ຍັງ​ມີ 10 ອົງ​ການ​ປະ​ຈຳ​ຕ່າງ​ປະ​ເທດ. ໃນ​ນັ້ນ​ມີ​ອົງ​ການ​ປະ​ຈຳ​ຢູ່​ຕ່າງ​ປະ​ເທດ​​ຄື: ຢູ່​ອາ​ຊີ ມີ ​ລາວ, ໄທ, ກຳ​ປູ​ເຈຍ, ຍີ່​ປຸ່ນ, ຈີນ; ຢູ່​ເອີ​ລົບ ມີ ລັດ​ເຊຍ, ຝ​ລັ່ງ, ສ.ເຊັກ​ໂກ, ຢູ່​​ທະ​ວີບ​ອາ​ເມ​ລິ​ກາ ມີ​ອົງ​ການ​ປະ​ຈ​ຳ​ຢູ່​ນະ​ຄອນ​ຫຼວງ ວ​ໍ​ຊິງ​ຕັນ ດີ.ຊີ. ກ່ຽວ​ກັບ​ການ​ກະ​ຈາຍ​ສຽງ, ພວກ​ເຮົາ​ມີ​ລະ​ບົບ​ກະ​ຈາຍ​ສຽງ AM, FM ແລະ ເຊົ່າ​ລະ​ບົບ​ກະ​ຈາຍ​ຄ​ື້ນ​ຢູ່​ຕ່​າງ​ເທດ​ເພື່ອ​ຮັບ​ໃຊ້​ບັນ​ດາ​ການ​ລາຍ​ກະ​ຈາຍ​ສຽງ​​ພ​າກພາ​ສາ​ຕ່າງ​ປະ​ເທດ. ນອກ​ຈາກ​ການ​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ, ກະ​ຈາຍ​ສຽງ ກໍ່ລ້ວນ​ແຕ່​ໄດ້​ລົງ​ໃນ​ເວັບ​ໄຊ​ຕື່ມ​ອີກ. ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ສາ​ກົນ, VOV ມີ​ການ​ພົວ​ພັນກັບ 60 ອົງ​ການ​ກະ​ຈາຍ​ສຽງ, ໂທ​ລະ​ພາບ​ສາ​ກົນ​ ແລະ ພາກ​ພື້ນ”.

        ​ສະ​ແດງ​ຄວາມຂ​ອບ​ໃຈ​ການ​ຕ້ອນ​ຮັບ​ອັນ​ອົບ​ອຸ່ນຂ​ອງ VOV ທີ່​ສະ​ຫງວນ​ໃຫ້​ຄະ​ນະ​ນັກ​ຂ່າ​ວ​ລາວ, ທ່ານ ສົມ​ສະ​ຫວ​າດ ພົງ​ສາ, ຮອງ​ຫົວ​ໜ້າ​ກົມ​​​ສື່ມວນ​ຊົນ​ລາວ, ໃຫ​້​ຮູ້​ວ່າ.

(ທ່ານ ສົມ​ສະ​ຫວ​າດ ພົງ​ສາ)

        ພາຍ​ຫຼັງ​ການ​ຕ້ອນ​ຮັບ, ຄະ​ນະ​ນັກ​ຂ່າ​ວ​ລາວ ໄດ້​ໄປ​ຢ້ຽມ​ຢາມ​ບາງ​​ຫົວ​ໜ່ວຍ​ຂຶ້ນ​ກັບ​ກຸ່ມ​ບັນ​ນາ​ທິ​ການ ແລະ ເຕັກ​ນິກຂອງ VOV ເພື່ອ​ຊອກ​ຮູ້​ ແລະ ມີ​ຄວາມ​ເຂົ້າ​ໃຈກ່ຽວ​ກັບ​ການ​ວິ​ທີ​ຜະ​ລິດ​, ​ການ​ອອກ​ອາ​ກາດ​ຂອງ​ບັນ​ດາ​ລາຍ​ການຂອງ VOV ຕື່ມ​ອີກ.

ຂ່າວ/ບົດ​ອື່ນ