ການນຳການທະຫານຂອງລັດເຊຍ ແລະ ອາເມລິກາເຈລະຈາທາງໂທລະສັບກ່ຽວກັບບັນຫາຊີຣີ

(VOVWORLD) -ຕາມກະຊວງປ້ອງກັນປະເທດລັດເຊຍ, ຕອນຄ່ຳວັນທີ 13 ມີນາ, ທ່ານພົນເອກ Valery Gerasimov ເສນາທິການໃຫຍ່ກອງທັບຂອງປະເທດນີ້ ໄດ້ມີການເຈລະຈາທາງໂທລະສັບກັບທ່ານ Joseph Dunford ປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມອາເມລິກາ ເພື່ອປຶກສາຫາລືກ່ຽວກັບສະພາບການປະທະກັນຢູ່ຊີຣີ
ການນຳການທະຫານຂອງລັດເຊຍ ແລະ ອາເມລິກາເຈລະຈາທາງໂທລະສັບກ່ຽວກັບບັນຫາຊີຣີ - ảnh 1ພົນເອກ Valery Gerasimov ເສນາທິການໃຫຍ່ກອງທັບລັດເຊຍ 

ໃນການເຈລະຈາທາງໂທລະສັບ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບການຜັນແປຕ່າງໆໃນປະຈຸບັນຢູ່ເຂດ Ghouta ຕາເວັນອອກ, ພ້ອມທັງເຫັນດີນຳກັນຈະສືບຕໍ່ຮັກສາການເຄື່ອນໄຫວຕິດຕໍ່ພົວພັນ 2 ຝ່າຍ.

     ການເຈລະຈາທາງໂທລະສັບດັ່ງກ່າວ ໄດ້ດຳເນີນພາຍຫຼັງທີ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດລັດເຊຍ ໄດ້ຍົກອອກຖະແຫຼງການທີ່ແຂງກະດ້າງໃນວັນດຽວດັນ ຊຶ່ງທ່ານໄດ້ຢືນຢັນຈະໂຕ້ຕອບ ຖ້າຫາກອາເມລິກາບຸກໂຈມຕີບັນດາຮາກຖານຂອງລັດຖະບານຊີຣີ. ໃນຖະແຫຼງການ, ທ່ານພົນເອກ Gerasimov ໄດ້ກ່າວຫາຝ່າຍລຸກຮື້ຂຶ້ນຢູ່ຊີຣີ ກະກຽມຂຶ້ນແຜນປອມແປງກ່ຽວກັບການບຸກໂຈມຕີດ້ວຍອາວຸດເຄມີ.

ຕອບກັບ

ຂ່າວ/ບົດ​ອື່ນ