ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນພັກປະເທດລັດເຊຍ ເອກະພາບ

ການນຳນະຄອນໂຮ່ຈິມິນ ຕ້ອນຮັບຄະນະຜູ້ແທນພັກປະເທດລັດເຊຍ ເອກະພາບ - ảnh 1
ການ​ນຳ​ນະຄອນ​ໂຮ່ຈິ​ມິນ​ ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ​ປະ​ເທດລັດ​ເຊຍ ​ເອກະ​ພາບ
(ພາບ: TTXVN)

(vovworld) – ວັນ​ທີ 22/12, ທ່ານ​ນາງ ຫງວຽນ​ທິທູ​ຮ່າ, ຮອງ​ເລຂາ​ຄະນະ​ພັກ​ນະຄອນ​ໂຮ່ຈິ​ມິນ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກປະ​ເທດ​ລັດ​ເຊຍ ​ເອກະ​ພາບ (ER) ​ໂດຍທ່ານ Andrey Klimov, ກຳ​ມະຫານ​ຄະນະ​ປະທານ​ສະພາ​ຄົບ​ຄະນະ ER ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເນັດ​ວຽກ​ຢູ່​ນະຄອນ. ທ່ານ​ນາງ ຫງວຽນ​ທິທູ​ຮ່າ ​ເນັ້ນ​ໜັກ​​ເຖິງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ​ຫວຽດນາມ - ສະຫະພັນ​ລັດ​ເຊຍ ​ໃນ​ໄລຍະ​ຜ່ານ​ມາ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ດີງາມ. ​ເລື່ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ 2 ປະ​ເທດ ​ແລະ ທ້ອງ​ຖິ່ນຂອງ 2 ປະ​ເທດ ຈະສ້າງ​ພື້ນຖານ​ທີ່​ໝັ້ນຄົງ ​ເພື່ອ​ພັດທະນາ​ການ​ພົວພັນ​ຮ່ວມ​ມື.

        2 ຝ່າຍ​ກໍ່​ໄດ້​ແລກປ່ຽນ​ບັນດາ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມື​ລິ​ຫວ່າງ 2 ລັດ, ​ລະຫວ່າງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ພັກ​ປະ​ເທດ​ລັດ​ເຊຍ ​ເອກະ​ພາບ; ລະຫວ່າງ​ນະຄອນ​ໂຮ່ຈິ​ມິນ ກັບ​ທ້ອງ​ຖິ່ນ​ຂອງ​ລັດ​ເຊຍ ​ແລະ ປຶກສາ​ຫາ​ລື​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ