ການນຳນະຄອນໂຮ່ຈີມິນຕ້ອນຮັບປະທານາທິບໍດີອຽກລັງ

ການນຳນະຄອນໂຮ່ຈີມິນຕ້ອນຮັບປະທານາທິບໍດີອຽກລັງ - ảnh 1
ທ່ານ ຫງວຽນ​ແທ່ງ​ຟອງ ຕ້ອນຮັບ
​ທ່ານ​ປະທານາທິບໍດີ ອຽກລັງ Michael D.Higgins
(ພາບ: TTXVN)

(vovworld) – ​ ​ ວັນ​ທີ 11/11, ທ່ານ ຫງວຽນ​ແທ່ງ​ຟອງ ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ​​​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານາທິບໍດີ ອຽກລັງ Michael D.Higgins ​ແລະ ພັນລະ​ຍາ ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສາທາລະນະ​ລັດ ອຽກລັງ ພວມ​ມີ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຢູ່ ຫວຽດນາມ. ນະ​ທີ່​ນີ້ ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ບັນດາ​ວິ​ສາ​ຫະກິດ ອຽກລັງ ຈະ​ເພີ່ມ​ທະວີ​ການ​ສົ່ງ​ເສີມ, ​ເປີດກ້ວາງ​ຂອບ​ຂະໜາ​ດການ​ລົງທຶນ​ເຂົ້າ​ນະຄອນ, ພິ​ເສດ ​ແມ່ນ​ໃນ​ບັນດາ​ຂົງ​ເຂດ ຊຶ່ງ ອຽກລັງ ມີ​ທ່າ​ແຮງ ​ແລະ ບົດຮຽນ​ຄື: ກະສິກຳ, ການ​ປຸງ​ແຕ່ງ​ສະບຽງ​ອາຫານ, ຜະລິດ​ຕະພັນ​ຈາກ​ນ້ຳນົມ…​ໃນ​ຂົງ​ເຂດ​ການ​ຄ້າ ທ່ານ ຫງວຽນ​ແທ່ງ​ຟອງ ປາ​ດຖະໜາ​ຢາກ​ໃຫ້ ອຽກລັງ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ຜະລິດ​ຕະພັນຕຳ່​ແຜ່ນ​ຕັດຫຍິບ, ​ເກີບໜັງ, ຜະລິດ​ຕະພັນ​ກະ​ເສດ, ​ອາຫານ​ປຸງ​ແຕ່ງ…​​ແຊກ​ຊຶມເຂົ້າ​ຕະຫລາດ ອຽກລັງ.

        ສ່ວນ​ທ່ານ​ປະທານາທິບໍດີ Michael D.Higgins ຢືນຢັນ​ວ່າ: ອຽກລັງ ຈະ​ຕັ້ງໜ້າ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ນະ​ຄອນ​ໃນ​ຂົງ​ເຂດ​ພັດທະນາ​ກະສິກຳ​ເຕັກ​ໂນ​ໂລ​ຢີສູງ, ເຕັກນິກຊີວະ​ສາດ. ອຽກລັງ ກໍ່​ປາດ​ຖະໜາ​ຢາ​ກຮ່ວມ​ມື​ກັບ​ນະຄອນ ​ໃນ​ການ​ຊຸກຍູ້​ໂອກາດ​​ໃຫ້​ຜະລິດ​ຕະພັນ​ກະ​ເສດ ​​ແຊກ​ຊຶມເຂົ້າ​​ຕະຫລາດ​ຂອງ​ກັນ, ກໍ່​ຄື

ຂ່າວ/ບົດ​ອື່ນ