ການນຳຝລັ່ງ,ອາເມລິກາປຶກສາຫາລືກ່ອນການເຂົ້າຮ່ວມກອງປະຊຸມສຸດຍອດ 4 ຝ່າຍກ່ຽວກັບຊີຣີ

(VOVWORLD) -ວັນທີ 25 ຕຸລາ, ທ່ານປະທານາທິບໍດີຝລັ່ງ Emmanuel Macron ແລະ ຄູ່ຕຳແໜ່ງອາເມລິກາ Donald Trump ໄດ້ໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູ່ຊີຣີ, ກ່ອນເຂົ້າຮ່ວມກອງປະຊຸມສຸດຍອດ 4 ຝ່າຍລວມມີ: ເຢຍລະມັນ, ຝລັ່ງ, ລັດເຊຍ ແລະ ຕວກກີ ປຶກສາຫາລືກ່ຽວກັບບັນຫານີ້.

ວັງ Elysee ໃຫ້ຮູ້ວ່າ, ໃນການໂອ້ລົມທາງໂທລະສັບ ທ່ານປະທານາທິບໍດີຝລັ່ງ ໄດ້ແຈ້ງໃຫ້ທ່ານປະທານາທິບໍດີອາເມລິກາ ຊາບກ່ຽວກັບຈຸດປະສົງຂອງກອງປະຊຸມສຸດຍອດ 4 ຝ່າຍ ແມ່ນເພື່ອແນໃສ່ຢັ້ງຢືນກົນໄກຢຸດຍິງຢູ່ແຂວງ Idlib ແລະ ເຮັດໃຫ້ບັນດາການປຶກສາຫາລືທີ່ກ່ຽວຂ້ອງເຖິງວິວັດທະນາການການເມືອງໃນການແກ້ໄຂວິກິດການຢູ່ຊີຣີ ເລິກເຊິ່ງກວ່າ. 2 ຝ່າຍໄດ້ຢືນຢັນວ່າຈະພ້ອມກັນແບ່ງປັນບັນດາເປົ້າໝາຍຄວາມໝັ້ນຄົງ, ມະນຸດສະທຳ ແລະ ການເມືອງຢູ່ຊີຣີ. ທ່ານ Trump ກໍ່ປາດຖະໜາວ່າ ທ່ານ Macron ຈະສະແດງໃຫ້ເຫັນແຈ້ງຫຼັກໝັ້ນລວມຂອງ 2 ປະເທດກ່ຽວກັບບັນຫານີ້ທີ່ກອງປະຊຸມຈະມາເຖິງ.

        ນອກນັ້ນ, ແຈ້ງການຂອງຫ້ອງວ່າການປະທານາທິບໍດີຝລັ່ງ ຍັງຊີ້ແຈ້ງວ່າ, ປາຣີ ຫວັງວ່າ ເລື່ອງຮັກສາຄຳສັ່ງຢຸດຍິງຢູ່ Idlib ຈະເປີດເສັ້ນທາງໃຫ້ບັນດາການເຄື່ອນໄຫວກູ້ຊ່ວຍມະນຸດສະທຳສຳພັດກັບເຂດນີ້ ແລະ ບັນດາຝ່າຍອາດຈະເຫັນດີເປັນເອກະພາບກັນສ້າງຕັ້ງຄະນະກຳມະການລັດຖະທຳມະນູນລວມ ເຊິ່ງລວມມີຜູ້ຕາງໜ້າຂອງ Damacus, ບັນດາຝ່າຍລຸກຮື້ຂຶ້ນ ແລະ ບັນດາຜູ້ຕາງໜ້າເອກະລາດອື່ນ, ເພື່ອຈັດຕັ້ງກອງປະຊຸມຄັ້ງທຳອິດໃນທ້າຍປີ 2018 ຢູ່ເຊີແນວ, ປະເທດສະວິດ.

        ກອງປະຊຸມ 4 ຝ່າຍຈະດຳເນີນໃນທ້າຍອາທິດນີ້ຢູ່ ອິດສະຕານບູນ, ປະເທດຕວກກີ.

ຕອບກັບ

ຂ່າວ/ບົດ​ອື່ນ