ການນຳຝ່າຍຄ້ານ ກຳປູເຈຍ ຖະແຫຼງຍຸບເລີກ ການແຫ່ຂະບວນປະທ້ວງ

ການນຳຝ່າຍຄ້ານ ກຳປູເຈຍ ຖະແຫຼງຍຸບເລີກ ການແຫ່ຂະບວນປະທ້ວງ - ảnh 1
(ພາບປະກອບ: baodatviet.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 17 ກັນຍາ, ທ່ານ​ປະທານ​ພັກ​ກູ້​ຊາດ​ກຳປູ​ເຈຍ (CNRP) Sam Raisy ​ໄດ້​ຖະ​ແຫຼ​ງຍຸບ​ເລີກ​ການ​ແຫ່​ຂະ​ບວນປະ​ທ້ວງ​ທີ່​ແກ່ຍາວ​ເປັນ​ເວລາ 3 ວັນ (15 - 17 ກັນຍາ) ຢູ່​ສະໜາມ​ຫຼວງ​ປະຊາທິປະ​ໄຕ, ທີ່ນະຄ​ອນ​ຫຼວງ​ພະນົມ​ເປັນ. ​ແຕ່​ວ່າ, ການນຳ CNRP ຍັງ​ຮຽກຮ້ອງ​ບັນດາ​ຜູ້​ສະໜັບສະໜູນ​ກະກຽມ​ເຂົ້າ​ຮ່ວມ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງຄັ້ງ​ໃໝ່ ຖ້າ​ຫາກ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​​ເລືອກ​ຕັ້ງ ​ເຊິ່ງຝ່າຍ​ຄ້ານ​ຮຽກຮ້ອງ​ບໍ່​ໄດ້​ຮັບ​ການ​ແກ້​ໄຂ. ກ່ອນ​ທີ່​ປະກາດສິ້ນ​ສຸດ​ການ​ແຫ່​ຂະ​ບວນປະ​ທ້ວງ, ທ່ານ Sam Raisy ​ໄດ້​ແຈ້ງ​ໝາກຜົນ​ການ​ເຈລະຈາ​ກັບ​ພັກ​ກຳ​ອຳນາດ​ປະຊາຊົນ​ກຳປູ​ເຈຍ CPP ​ເຊິ່ງສິ້ນ​ສຸດ​ລົງ​ໃນ​ຕອນ​ເຊົ້າ​ວັນ​ທີ 17 ກັນຍາ ​ເຊິ່ງຕາມ​ທ່ານ​ແລ້ວ​ ນັ້ນແມ່ນ​ໄຊຊະນະ. ການ​ແຫ່​ຂະ​ບວນປະ​ທ້ວງ​ເປັນ​ເວລາ 3 ວັນ​ຂອງ CNRP ບໍ່​ເກີດ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ກໍລະນີ​ມີ​ຜູ້ 1 ​ເສຍ​ຊີວິດ ​ແລະ ບາງ​ຄົນ​ຖືກ​ຮັບ​ບາດ​ເຈັບ ​ໃນ​ຕອນ​ບ່າຍ​ວັນ​ທີ 15 ກັນຍາ ນັ້ນ​ແມ່ນ ບໍ່​ຂຶ້ນ​ກັບ​ຄວາມຮັບຜິດຊອບ​ຂອງ CNRP. ທ່ານ​ກໍ່​ຢືນຢັນ​ວ່າ​ ສະມາຊິກ​ລັດຖະສະພາ​ຝ່າຍ​ຄ້ານ​ຂຶ້ນ​ກັບ CNRP ຈະ​ບໍ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່ ​ໃນ​ວັນ​ທີ 23 ກັນຍາ ຈະ​ມາ​ເຖິງ ​ແລະ ສື​ບຕໍ່​ຮຽກຮ້ອງ​ດຳ​ເນີນ​ການ​ປະຕິ​ຮູບ​ບັນດາອົງການ​ສູງສຸດ​ຂອງ​ປະ​ເທດ.
ຂ່າວ/ບົດ​ອື່ນ