ການນຳພັກ, ລັດ ຫວຽດນາມ ພົບປະ, ເຈລະຈາກັບເລຂາທິການໃຫຍ່, ປະທານປະເທດລາວ

(vov) - ພິທີຕ້ອນຮັບທ່ານ ຈູມມາລີ ໄຊຍະສອນ, ເລຂາທິການໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ ສປປ ລາວ ​ແລະ ພັນ​ລະ​ຍາ ມາ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 26-28/12 ​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ໃນ​ຕອນ​ເຊົ້າ​ວັນ​ທີ 26/12 ຢູ່ ທຳນຽບປະທານ​ປະ​ເທດ. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ດຳ​ເນີນ​ການ​ເຈລະຈາ. ທີ່​ການ​ເຈລະຈາ, ທ່ານ ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ໄດ້​ເນັ້ນ​ຫນັກ​ວ່າ:

        “ການ​ຢ້ຽມຢາມ​ ຫວຽດນາມ ຂອງ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ແມ່ນ​ເຫດການ​ການ​ເມືອງ​ຂອງ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ -ລາວ, ລາວ - ຫວຽດນາມ, ນຳ​ມາ​ໃຫ້​ປະຊາຊົນ ຫວຽດນາມ ບັນດາ​ອາລົມ​ຈິດ​ຖານ​ສະຫາຍ​ອ້າຍ​ນ້ອງ​ຢ່າງ​ສະຫນິດສະຫນົມ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ສະຫນິດ​ຕິດ​ພັນ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ລາວ​ອ້າຍ​ນ້ອງ.”

ການນຳພັກ, ລັດ ຫວຽດນາມ ພົບປະ, ເຈລະຈາກັບເລຂາທິການໃຫຍ່, ປະທານປະເທດລາວ - ảnh 1

ທ່ານເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​
ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ
ພາບ:TTXVN

        ສ່ວນ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ຖື​ວ່າ:

ສຽງ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ

        ຜູ້ນຳ​ສອງ​ທ່ານ​ໄດ້​ຢືນຢັນ​ຄວາມ​ຕັດສິນ​ໃຈ​ຮັກສາ, ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດ​ຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ ​ຢ່າງ​ໝັ້ນຄົງ. ສອງ​ຝ່າຍ​ເຫັນ​ດີ ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ, ​ເປ​ັນຕົ້ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ສຶກສາ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ຕ່າງປະ​ເທດ. ​

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ​. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຖື​ວ່າ ​ໃນ​ປີ 2012, ບັນດາ​ຂະ​ແຫນງ​ການ, ທຸກ​ຂັ້ນ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຢູ່ ຫວຽດນາມ ​ແລະ ລາວ ​ໄດ້​ມີ​ການ​ເຄື່ອນ​ໄຫວ​ອັນ​ຟົດ​ຟື້ນ​ຫລາຍ​ຢ່າງ,​ ມີ​ຄວາມ​ໝາຍ,​ ສ້າງ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຕ່າງປະ​ເທດ​ສຳຄັນ. ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ຖື​ວ່າ: ສືບ​ຕໍ່​ບັນດາ​ຜົນສຳ​ເລັດ​ຂອງ​ປີ​ສາມັກຄີ​ມິດຕະພາບ, ການ​ນຳ​ພັກ, ລັດ ລາວ ຈະ​ຈັດການ​ປະຊຸມ​ປຶກສາ​ຫາລື ​ແລະ ຫັນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ເປັນ​ປະທານ​ຮ່ວມ​ການ​ປະຊຸມ​ຂ່າວ​ປະກາດ​ຜົນສຳ​ເລັດ​ຂອງ​ປີ​ສາມັກຄີ​ມິດ​ຕະພາບ ຫວຽດນາມ ລາວ​, ລາວ - ຫວຽດນາມ 2012. ທີ່​ການ​ປະຊຸມ​ຂ່າວ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ: ປີ 2012, ສອງ​ປະ​ເທດ ​ໄດ້​ສົມທົບ​ກັນ​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ທີ່ອຸດົມສົມບູນ, ຫລາຍ​ຮູບ​ຫລາຍ​ແບບ ​ແລະ ມີ​ປະສິດທິ​ຜົນ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ຈາກ​ທຸກ​ຂັ້ນ, ຂະ​ແຫນງ​ການ ​ແລະ ປະຊາຊົນ​ສອງ​ປະ​ເທດ​ເປັນ​ຈຳນວນ​ຫລວງຫລາຍ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ຫນັກ​ວ່າ:

        “ບັນດາ​ໝາກຜົນ​ຂອງ​ປີ​ສາມັກຄີ​ມິດຕະພາບ ​ໄດ້​ສ້າງ​ກຳລັງ​ຫນູ​ນສຳຄັນ ປະ​ກອບ​ສ່ວນ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃຫມ່. ຂ້າພະ​ເຈົ້າ​ມີ​ຄວາມ​ເຊ່ືອ​ໝັ້ນ​ວ່າ ດ້ວຍ​ຜົນສຳ​ເລັດ​ດັ່ງກ່າວ​ຂອງ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012,​ ສອງ​ປະ​ເທດ ຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາທັງ​ລວງ​​ເລິກ ​ແລະ ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ​ກວ່າ​ອີກ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ. ພ້ອມ​ກັບ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ,  ຂ້າພະ​ເຈົ້າ​ຖະ​ແຫລ​ງວ່າ ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012 ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ”

ການນຳພັກ, ລັດ ຫວຽດນາມ ພົບປະ, ເຈລະຈາກັບເລຂາທິການໃຫຍ່, ປະທານປະເທດລາວ - ảnh 2
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ
ພາບ:internet

ສ່ວນ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ​ໄດ້​ຢືນຢັນ​ວ່າ:

        “​ເຖິງ​ວ່າ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ ມີ​ການ​ຜັນ​ແປ​ຄື​ແນວ​ໃດ​ກໍ​ຕາມ, ​ແຕ່​ພັກ, ລັດ ​ແລະ ປະຊາຊົນ ລາວ ຈະ​ສືບ​ຕໍ່​ພ້ອມ​ກັບ​ບັນດາ​ສະຫາຍ ຫວຽດນາມ ຮັກສາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຖື​ວ່າ ​ນັ້ນ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ, ​ແມ່ນ​ກົດ​​ເກນ​ແຫ່ງ​ການ​ຄົງ​ຕົວ ​ແລະ ພັດທະນາ​ຂອງ​ສອງ​ປະ​ເທດ.”

ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຖະ​ແຫລ​ງສິ້ນ​ສຸດ​ປີ​ສາມັກຄີ​ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2012.

ກ່ອນ​ຫນ້າ​ນັ້ນ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຍາມ​ໃດ​ຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ສະ​ຫງວນບຸລິມະສິດ​ສູງ​ສຸຸດ​ໃຫ້​ແກ່​ການ​ປັບປຸງ ​ແລ​ະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ກັບ​ລາວ. ​ສ່ວນ​ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື​ຮອບດ້ານ​ໃນ​ໄລຍະ​ຜ່ານ​ມາ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ. ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ໄດ້​ເປັນ​ປະ​ທານ​ພິທີ​ມອບ​ຫລຽນ​ຄຳ​ແຫ່ງ​ຊາດ​ໃຫ້​ແກ່​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ຫລຽນ​ໄຊ​ອິດສະຫລະ​ຊັ້ນ​ຫນຶ່ງ​ໃຫ້​ແກ່ 21 ທ່ານ ​ຊຶ່ງແມ່ນ​ອະດີດ​ການ​ຫວຽດນາມ.

ຕອນ​ຄຳ່​ວັນ​ດຽວ​ກັນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ແລະ ພັນ​ລະ​ຍາ ​ເປັນ​ປະທານ​ງານ​ລ້ຽງ​ຮັບຮອງ​ທ່ານ​ເລຂາທິການ​ໃຫຍ່ ປະທານ​ປະ​ເທດ​ລາວ ຈູມ​ມາລີ​ໄຊ​ຍະ​ສອນ ​ແລະ ພັນ​ລະ​ຍາ ພ້ອມ​ກັບ​ບັນດາ​ສະມາຊິກ​ໃນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລາວ.

 



ຂ່າວ/ບົດ​ອື່ນ