ການນຳພັກ, ລັດ ຫວຽດນາມໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ ເກົາຫຼີ

ການນຳພັກ, ລັດ ຫວຽດນາມໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ ເກົາຫຼີ - ảnh 1
​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນເຕີນ​ຢູງ ແລະ ທ່ານປະທານສະພາແຫ່ງຊາດ ສ ເກົາຫຼີ Kang Chang Hee
(ພາບ:baodientu.chinhphu.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 14/1 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ເປັນ​ປະທານ​ພິທີ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ ​ເກົາຫຼີ Kang Chang Hee ​ແລ​ະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ ມາ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 13 – 16/1. ທີ່​ການພົບ​ປະພາ​ຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຖື​ວ່າ: ການ​ຢ້ຽມຢາມ​ຂອງ​ຄະນະ​ໃນ​ຄັ້ງ​ນີ ​ເປັນ​ການ​ຢັ້ງຢືນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ ​ເກົາຫຼີ, ສືບ​ຕໍ່​ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ ມິດຕະພາບ ​ແລະ ຮ່ວມ​ມື​ຢ່າງ​ດີງາມ ລະຫວ່າງ 2 ສະພາ​ແຫ່ງ​ຊາດ. ທ່ານ​ກ່າວ​ວ່າ:

“ຫວນ​ຄືນ 20 ປີ​ແຫ່ງ​ກາ​ນພົວພັນ​ຫວຽດນາມ - ສ ​ເກົາຫຼີ, ພວກ​ເຮົາ​ໄດ້​ມີ​ບັນດາ​ບາດກ້າວ​ທີ່​ດີງາມ​ທີ່​ສຸດ​ຈາກ​ຂັ້ນ​ສູນ​ກາງ ລົງ​ຮອດ​ຮາກ​ຖານ, ຈາກ​ການ​ພົວພັນ​ທາງ​ການ​ທູດ​ຕະຫຼອດ​ຮອດ​ການ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຍັງ​ມີ​ຄະ​ນະ​ຜູ້​ແທນ​ຂັ້ນ​ປະທານ​ມາ​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ. ພວກ​ຂ້າພະ​ເຈົ້າ​ຖື​ວ່າ: ບໍ່​ມີ​ຍາມ​ໃດ​ທີ່​ການ​ພົວພັນ ຫວຽດນາມ - ສ ​ເກົາຫຼີ ພັດ​ດີງາມ​ຄື​ໃນ​ປະຈຸ​ບັນ. ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ ມາ​ຢ້ຽມຢາມ​ຫວຽດນາມ ຄັ້ງ​ນີ້ ກໍ່​ໄດ້​ເຮັດ​ໃຫ້​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ລະຫວ່າງ 2 ຊາດ ​ເພີ່ມ​ຄວາມ​ໝັ້ນຄົງ​ໜັກ​ແໜ້ນ​ຂຶ້ນ​ຕື່ມ, ​ເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຊຸກຍູ້, ຍົກ​ສູງ​ຄຸນ​ນະພາ​ບການ​ຮ່ວມ​ມື ​ແລະ ຮັບ​ປະກັນ​ບັນດາ​ເນື້ອ​ໃນ​ທີ່​ເລີກ​ເຊິ່ງຂອງ​ຄູ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.”

ຫຼັງ​ຈາກ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ ​ເກົາຫຼີ Kang Chang Hee ​ໄດ້​​ເປັນ​ປະທານ​ການ​ເຈລະຈາ​ລະຫວ່າງ 2 ຄະນະ​ຜູ້​ແທນ. ທ່ານ​ປະທານ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້ 2 ປະ​ເທດ​ຈົ່ງ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ລະຫວ່າງ​ຂັ້ນ​ຕ່າງໆ ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ສ້າງ​ກຳລັງ​ຊຸກຍູ້​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ພັດທະນາ​ໃນ​ທຸກ​ຂົງ​ເຂດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ: ສະພາ​ແຫ່ງ​ຊາດ ສ ​ເກົາຫຼີ ຈະ​ສະໜັບສະໜູນ ມີ​ການ​ກະທົບ​ເພື່ອ​ໃຫ້​ລັດຖະບານ ສ ​ເກົາຫຼີ ສືບ​ຕໍ່​ເອົາ​ໃຈ​ໃສ່ ​ເປີດ​ກ້ວາງ​ຂອບ​ເຂດ ຊ່ວຍ​ເຫຼືອ​ທຶນ ODA ​ໃຫ້​ແກ່​ຫວຽດນາມ. ສ່ວນທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ ​ເກົາຫຼີ Kang Chang Hee ຊີ້​ແຈ້ງວ່າ: ສ ​ເກົາຫຼີ ພ້ອມ​ແລ້ວ​ໃຫ້ການ​ຮ່ວມ​ມື​ແບ່ງປັນ​ກັບ​ຫວຽດນາມ ກ່ຽວ​ກັບ​ບົດຮຽນ ​ໃນ​ການ​ພັດທະນາ​ເສດຖະກິດ, ອຸດສາຫະກຳ, ທ່ານ​ໃຫ້​ຮູ້​ວ່າ: ສ ​ເກົາຫຼີ ພວມ​ຄອຍຖ້າ ການ​ເຊັນ​ສັນ​ຍາ​ການ​ຄ້າ​ເສລີ 2 ຝ່າຍ​ກັບ​ຫວຽດນາມ ​ແລະ ຖື​ວ່າ ນີ້​ແມ່ນ ​ເອກະສານ​ສຳຄັນ​ພິ​ເສດ ​ເພື່ອ​ເປີດ​ກ້ວາງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ ​ເກົາຫຼີ ຢືນຢັນ​ວ່າ: ຍາມ​ໃດ​ກໍ່​ສະໜັບສະໜູນ​ ​ແລະ ຫວັງ​ມີ​ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ສະພາ​ແຫ່ງ​ຊາດ​ ຫວຽດນາມ ​ເພື່ອ​ແນ​ໃສ່​ແລກປ່ຽນ​ບົດຮຽນ​ໃນ​ການ​ສ້າງ​ກົດໝາຍ, ​ຕິດຕາມ​ກວດກາ.

​ແລະ​ກໍ​ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວ​ກັນ​ຢູ່ ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ ​ເກົາຫຼີ Kang Chang Hee. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳຄັນ ​ແລະ ຫວັງ​ຢາກ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​, ສະພາ​ແຫ່ງ​ຊາດ, ປະຊາຊົນ​ຫວຽດນາມ ​ແລະ ສ ​ເກົາຫຼີ.

ແລະ​ກໍ​ໃນວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສ​ ​ເກົາຫຼີ Kang Chang Hee ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາແຫ່ງຊາດ ສ ​ເກົາຫຼີ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຈະ​ມານະ​ພະຍາຍາມ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພ້ອມ​ກັບ ສ ​ເກົາຫຼີ ສືບ​ຕໍ່​ນຳ​ການ​ພົວພັນ​ຮ່ວມ​ມື ລະຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ພັດທະນາ​ທັງ​ລວງ​ກ້ວາງ ​ແລະ ລວງ​ເລິກ, ມີ​ປະສິດທິ​ຜົນ ​ເພື່ອ​ຜົຮປະ​ໂຫຍ​ດ​ອັນ​ແທ​ດຈິງ​ຂອງ 2 ປະ​ເທດ ​ແລະ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ