ການ​ນຳ​ພັກ, ລັດ ​ເຂົ້າຢ້ຽມ​ຂ່ຳນັບສຸສານປະທານ​ໂຮ່ຈິ​ມິນ

ການ​ນຳ​ພັກ, ລັດ ​ເຂົ້າຢ້ຽມ​ຂ່ຳນັບສຸສານປະທານ​ໂຮ່ຈິ​ມິນ - ảnh 1
(ພາບ:sggp.org.vn)

( vovworld ) – ​ເນື່ອງ​ໃນໂອກາດສະ​ເຫຼີ​ມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າວັນ​ທີ 18/5, ຄະນະ​ຜູ້​ແທນ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາອາ​ໄລ​ຫາປະທານ​ໂຮ່ຈິ​ມິນຢູ່ສຸສານຂອງ​ເພີ່ນ. ​ເຂົ້າຮ່ວມພິທີອາ​ໄລ​ຫາ​ມີ​ທ່ານ​ເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ Nguyen Phu Trong, ທ່ານປະທານ​ປະ​ເທດ Truong Tan Sang, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດຫວຽດນາມ Huynh Dam ພ້ອມ​ດ້ວຍ​ບັນດາ​ອະດີດ​ການ​ນຳ​ຂັ້ນສູງ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ພວງມາລາ​ຂອງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ມີ​​ແຖວໜັງສື​ທີ່​ວ່າ “ຮູ້​ບຸນຄຸນ​ປະທານ​ໂຮ່ຈິມິນ​ຜູ້ຍິງ​ໃຫ່ຍຕະຫຼອດ​ໄປ“. ບັນດາ​ຜູ້​ແທນ​ໄດ້​​ໄຫ້​ວອາ​ໄລ​​ປະທານ​ໂຮ່ຈິ​ມິນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນ​ອັນ​ຫຼົ້ນ​ເຫຼືອ​ທີ່​ມີ​ຕໍ່​ການ​ນຳ​ຜູ້​ທີ່​ແສນ​ເຄົາລົບ​ຮັກ, ນັກ​ວິລະ​ຊົນ​ປົດ​ປ່ອຍ​ຊາດ, ອາຈານ​ຜູ້ຍິ່ງ​ໃຫ່ຍຂອງ​ການ​ປະຕິວັດ​ຫວຽດນາມ ຜູ້​ທີ່​ໄດ້​ອຸທິດ​​ຕະຫຼອດ​ຊີວິດ​ຂອງ​ຕົນ​ເພື່ອ​ເອກະ​ລາດ ອິດສະຫຼະພາບ​ຂອງ​ປະ​ເທດ​ຊາດ ​ແລະ ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ.

 

 

 

ຂ່າວ/ບົດ​ອື່ນ