ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນວັນ​ບຸນ ຄິຼດ​ສະ​ມາດ ຢູ່​ບັນ​ດາ​ທ້ອງ​ຖິ່ນ

(VOVWORLD) -ວັນທີ 18 ທັນວາ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ພ້ອມກັບຄະນະປະຕິບັດງານກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນບຸນ ຄິຼດສະມາດ ຢູ່ ສຳນັກໃຫຍ່ ສັງຄະລາດຊາວຄິຼດ ນະຄອນເຫ້ວ.
ການ​ນຳ​ພັກ, ລັດ, ແນວ​ໂຮມ​ປະ​ເທດ​ຊາດ ໄປ​ຢ້ຽມ​ຢາມ, ອວຍ​ພອນວັນ​ບຸນ ຄິຼດ​ສະ​ມາດ ຢູ່​ບັນ​ດາ​ທ້ອງ​ຖິ່ນ - ảnh 1 ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມມອບຂອງຂວັນ, ອວຍພອນຫົວໜ້າສຳນັກສັງຄະລາດຊາວຄຼິດ ຫງວຽນວັນເຄີຍ ຢູ່ແຂວງ ບິ່ງດິ້ງ (ພາບ: TTXVN)

ກ່າວຄຳເຫັນເມື່ອໄປຢ້ຽມຢາມ, ອວຍພອນວັນບຸນ ຄຼິດສະມາດ ຢູ່ສຳນັກສັງຄະລາດຊາວຄິຼດ ກຸຍເຍິນ ແລະ ຫົວໜ້າສຳນັກສັງຄະລາດຊາວຄຼິດ ຫງວຽນວັນເຄີຍ ຢູ່ແຂວງ ບິ່ງດິ້ງໃນຕອນເຊົ້າວັນທີ 18 ທັນວາ, ທ່ານ ເຈິ່ນແທັງເໝີນ ປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ປາດຖະໜາວ່າ ດ້ວຍອິດທິພົນຊື່ສຽງ, ທີ່ຕັ້ງ ແລະ ບົດບາດຂອງ ຕົນ, ທ່ານ ຫງວຽນວັນເຄີຍ ຈະສືບຕໍ່ຂົນຂວາຍ, ສ້າງເງື່ອນໄຂໃຫ້ແກ່ບັນດາ ຄຸນພ່ໍນັດບວດ, ພໍ່ແມ່ພີ່ນ້ອງຊາວຄຼິດ ເຂົ້າຮ່ວມບັນດາການເຄື່ອນໄຫວສັງຄົມ, ບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການຂົນຂວາຍໂດຍແນວໂຮມປະເທດຊາດຫວຽດນາມປຸກລະດົມ, ສ້າງເງື່ອນໄຂໃຫ້ແກ່ພໍ່ແມ່ພີ່ນ້ອງປະຊາຊົນ ຕັ້ງໜ້າເຂົ້າຮ່ວມການພັດທະນາ ເສດຖະກິດ - ສັງຄົມ ຢູ່ ທ້ອງຖິ່ນ, ຮ່ວມແຮງຮ່ວມໃຈກັນສ້າງສາບ້ານເກີດເມືອງນອນໃຫ້ ນັບມື້ນັບສວຍງາມກ່ວາອີກ.

        ແລະກໍ່ໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ, ພ້ອມກັບຄະນະປະຕິບັດງານກໍ່ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນວັນບຸນ ຄິຼດສະມາດ ຢູ່ ສຳນັກໃຫຍ່ ສັງຄະລາດຊາວຄິຼດ ນະຄອນເຫ້ວ. ນະທີ່ນີ້, ທ່ານນາງເຈືອງທິມາຍ ປາດຖະໜາວ່າ ບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ຮ່ວມເດີນທາງກັບປະເທດຊາດ, ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້…

ຕອບກັບ

ຂ່າວ/ບົດ​ອື່ນ