ການນຳພັກ, ລັດຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆ

(VOVWORLD) - ພັກ, ລັດ ຍາມໃດກໍ່ພະຍາຍາມເພື່ອໃຫ້ຜູ້ທຸກຍາກທຸກໆຄົນ ຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ; ພິເສດແມ່ນ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ເປັນຕົ້ນແມ່ນຄອບຄົວທຸກຍາກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່. 
 ການນຳພັກ, ລັດຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ມອບຂອງຂວັນໃຫ້ເດັກນ້ອຍ (ພາບ: baotintuc.vn)

       ເນື່ອງໃນໂອກາດບຸນປີໃໝ່ປີກຸນ 2019, ວັນທີ 30 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນ 500 ພຸດໃຫ້ບັນດາຄອບຄົວທຸກຍາກ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຕາແສງ ທູງນາຍ ແລະ ບີງແທງ, ເມືອງ ກາວຟອງ, ແຂວງ ຮ່ວາບີງ.

        ເມື່ອແບ່ງກ່ຽວປັນກັບສະພາບຫຍຸ້ງຍາກຂອງບັນດາຄອບຄົວ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຢືນຢັນວ່າ: ພັກ, ລັດ ຍາມໃດກໍ່ພະຍາຍາມເພື່ອໃຫ້ຜູ້ທຸກຍາກທຸກໆຄົນ ຕ່າງກໍ່ໄດ້ຕ້ອນຮັບບຸນເຕັດ; ພິເສດແມ່ນ ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ ເປັນຕົ້ນແມ່ນຄອບຄົວທຸກຍາກ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່.

 ການນຳພັກ, ລັດຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ, ປະສົບກັບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຕ່າງໆ - ảnh 2  ທ່ານຫງວຽນທ້ຽນເຍີນ ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານເຂດ 7 (ພາບ: hcmcpv.org.vn)

        ແລະກໍ່ໃນວັນດຽວກັນ, ທ່ານເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການທະຫານເຂດ 7, ກອງພັນພິທັກຮັກສາ 180, ກອງເສນາທິການ - ທະຫານເຂດ 7, ອົງຄະນະພັກ ແລະ ອຳນາດການປົກຄອງເມືອງ 3.

ຕອບກັບ

ຂ່າວ/ບົດ​ອື່ນ