ການນຳພັກ, ລັດຫວຽດນາມ ສືບຕໍ່ລົງອວຍພອນປີໃໝ່ຢູ່ທ້ອງຖີ່ນຕ່າງໆ

ການນຳພັກ, ລັດຫວຽດນາມ ສືບຕໍ່ລົງອວຍພອນປີໃໝ່ຢູ່ທ້ອງຖີ່ນຕ່າງໆ - ảnh 1
ທ່ານປະທານສະພາແຫ່ງຊາດກ່າວຄຳເຫັນທີ່ການອວຍພອນປີໃໝ່ຢູ່ຫ້ອງວ່າການສະພາແຫ່ງຊາດ
(ພາບ:thanhnien.com.vn)

ຕອນ​ເຊົ້າ​ວັນ​ທີ 20/1, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮູ່ງ​ໄດ້​ ອວຍພອນ​ປີ​ໃໝ່ ບັນດາ​ພະນັກງານ, ພາລະ​ກອນ ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ປີ 2012, ໜ້າ​ທີ່​ທີ່​ໄດ້​ວາງ​ອອກ​ໃຫ້​ແກ່ຖັນ​ແຖວ​ພະນັກງານ, ພາລະ​ກອນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ຍັງ​ໜັກໜ່ວງ​​ໃນ​ທຸກໆ​ຂົງ​ເຂດ, ຕິດ​ພັນ​ກັບ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ, ພິ​ເສດ​ແມ່ນ​ວຽກ​ງານ​ສ້າງ​ກົດໝາຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ປາດ​ຖະໜາ​ວ່າ: ດ້ວຍ​ມູນ​ເຊື້ອ, ບົດຮຽນ​ໃນ​ວຽກ​ງານ​ຂອງ​ຕົນ, ໝູ່​ພະນັກງານ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ຈະ​ສືບ​ຕໍ່​ສ້າງ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ທີ່​ໄດ້ຮັບ​ມອບ​ໝາຍ​​​ເປັນຢ່າງ​ດີ, ປະ​ກອບ​ສ່ວນ​ສຳຄັນ​ເຂົ້າ​ໃນ​​ການ​ປະຕິບັດ​​ວຽກ​ງານ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ໃນ​ປີ 2012 ​ຢ່າງ​ມີ​ໄຊ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ພັກ, ພໍ່​ແມ່ ປະຊາຊົນ ​ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ຕອນ​ບ່າຍ​ວັນ​ທີ 19/1, ທ່ານ​ດິງ​ເທ໋ຮິ​ວງ, ຫົວ​ໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ​ໄດ້​ໄປ​ຢ້ຽມາ​ມ ​ແລະ ອວຍພອນ​ປີ​​ໃໝ່​ບັນດາ​ຄອບຄົວ​ນັກ​ສີ​ລະ​ປິນ ​ແລະ ປັນຍາ​ຊົນ​ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍເຂົ້າ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ພັດທະນາ​ພື້ນຖານ​ສຶກສາ, ວັນນະ​ຄະດີ, ສະລະ​ປະ ​ແລະ ສື່​ມວນ​ຊົນ​ຫວຽດນາມ. ທ່ານ​ດິງ​ເທ໋ຮິ​ວງ​ ໄດ້​ໄປ​ຢ້ຽ​ມຢາມ ​ແລະ ອວຍພອນ​ປີ​ໃໝ່​ຄອບຄົວ​ອາຈານ​ປະຊາຊົນ ຫວູຮື​ວບີງ, ສ. ​ຂະ​ແໜງ​ແພດສາດ ຫງວຽນ​ບືວຈຽວ, ສ. ຮ່າ​ມິນ​ດືກ, ອະດີ​ດຫົວໜ້າ​ສະ​ຖາ​ບັນ​ວັນນະຄະດີ​ຫວຽດນາມ ​ແລະ ອື່ນໆ. ທ່ານ​ດິງ​ເທ໋ຮິ​ວງ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ຈະ​ຈົດ​ຈຳ​ບັນດາ​ການ​ປະກອບສ່ວນ, ​ຄວາມ​ຮູ້ ​ແລະ ບົດຮຽນ​ຂອງ​ບັນດານັກ​ສິລະ​ປິນ ​ແລະ ນັກ​ປັນຍາ​ຊົນ, ນີ້​ແມ່ນ​ບົດຮຽນ​ອັນ​ລ້ຳ​ຄ່າ​ທີ່​ມີ​ຕໍ່​ປະ​ເທດ​ຊາດ​ເວົ້າ​ລວມ ​ແລະ ພະນັກງານນັກ​ສີ​ລະ​ປິນ ​ແລະ ນັກ​ປັນຍາ​ຊົນ​ໜູ່ມ​ລຸ້ນຫຼັງເຮັດ​ຕາມ.

ຂ່າວ/ບົດ​ອື່ນ