ການນຳພັກ, ລັດອາໄລຫາ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົ້າຂ່ຳນັບສຸສານ ປະທານ ໂຮ່ຈີມິນ

ການນຳພັກ, ລັດອາໄລຫາ ນັກຮົບເສຍສະຫຼະຊີວິດເພື່ອຊາດ, ເຂົ້າຂ່ຳນັບສຸສານ ປະທານ ໂຮ່ຈີມິນ - ảnh 1

ການ​ນຳ​ພັກ, ລັດ​ອາ​ໄລ​ຫາ​​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ເຂົ້າ​ຂຳ່ນັບສຸສານ ປະທານ ​ໂຮ່ຈີ​ມິ​ນ

(vovworld) - ​ເນື່ອງ​ໃນ​​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947 – 27/7/2012), ຕອນ​ເຊົ້າ​ວັນ​ທີ 26/7, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ວາງ​ພວງມາລາ, ຖະຫວາ​ຍທູບ​ທຽນ ອາ​ໄລ​ຫາ​ດວງ​ວິນ​ຍານບັນດາ​ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ ຢູ່​ອະນຸສາ​ວາລີ​ບັນດາ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ ​ເຂົ້າ​ຂຳ່ນັບສຸສານ​ປະທານ ​ໂຮ່ຈີ​ມິນ. ​ເຂົ້າ​ຮ່ວມ​ພິທີ​ຖະຫວາຍ​ທູບ​ທຽນ ມີ​ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung, ປະທານ​ສະພາ​ແຫ່ງ​ຊາດ Nguyen Sinh Hung. ອະດີ​ດ​ເລຂາທິການ​ໃຫຍ່ Le Kha Phieu, Nong Duc Manh, ອະດີດ​ປະທານ​ສະພາ​ແຫ່ງ​ຊາດ Nguyen Van An, ບັນດາ​ທ່ານກຳມະການ​ກົມ​ການ​ເມືອງ ​ແລະ ບັນດາ​ນັກ​​ປະຕິວັດອາວຸ​ໂສ​ເຂົ້າ​ຮ່ວມ​ພິທີອາ​ໄລ​ຫາ. ກ່ອນ​ໜ​້ານັ້ນ, ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ, ສະພາ​ແຫ່ງ​ຊາດ, ລັດຖະບານ, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າ​ຂຳ່ນັບສຸສານ​ປະທານ ​ໂຮ່ຈີ​ມິ​ນ. ​ແລະ ກໍ​ໃນ​ວັນ​ດຽວ​ກັນ, ບັນດາ​ຄະນະຜູ້​ແທນກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຄະນະ​ພັກ​ນະຄອນ, ຄະນະ​ກຳມະການ​ປະຊາຊົນ​ຮ່າ​ໂນ້ຍ ​ໄດ້​ໄປວາງ​ພວງມາລາ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ ບັນດາ​ນັກຮົບ​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ ຢູ່​ອະນຸສາ​ວາລີ​ບັນດາ​ນັກຮົບ​ເສຍ​ສະລະ​ຊີວິດ​ເພື່ອ​ຊາດ ​ແລະ ​ເຂົ້າ​ຂຳ່ນັບສຸສານ​ປະທານ ​ໂຮ່ຈີ​ມິນ​ເຊັນ​ດຽວ​ກັນ.


ຂ່າວ/ບົດ​ອື່ນ