ການນຳພັກ ແລະ ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມພົບປະກັບນາຍົກລັດຖະມົນຕີ ການາດາ Justin Trudeau

(VOVWORLD) -ໂດຍຮັບຄຳເຊີນຂອງທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 8 ຫາວັນທີ 9 ພະຈິກ.
ການນຳພັກ ແລະ ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມພົບປະກັບນາຍົກລັດຖະມົນຕີ ການາດາ Justin Trudeau - ảnh 1ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau 

ຕອນບ່າຍວັນທີ 8 ພະຈິກ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຊົມເຊີຍໝາກຜົນການເຈລະຈາລະຫວ່າງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບນາຍົກລັດຖະມົນຕີ ການາດາ Justin Trudeau; ສະເໜີ 2 ຝ່າຍຈົ່ງຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້, ສືບຕໍ່ຊຸກຍູ້ການພົວພັນລະຫວ່າງ 2 ປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

     ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ,  ທີ່ການເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau., ການນຳທັງ 2 ເຫັນດີສືບຕໍ່ສົມທົບກັນຜັນຂະຫຍາຍບັນດາເນື້ອໃນໃນຂອບເຂດຄູ່ຮ່ວມມືຮອບດ້ານຄື ການເມືອງ-ການທູດ, ການຄ້າ - ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາ-ບຳລຸງສ້າງ…ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.

    ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະເໜີການາດາ ສືບຕໍ່ສະຫງວນທຶນ ODA ໃຫ້ແກ່ຫວຽດນາມ, ຮອງຮັບຫວຽດນາມມີພື້ນຖານເສດຖະກິດຕະຫຼາດ, ເປີດປະຕູຕະຫຼາດກວ່າອີກໃຫ້ແກ່ສິນຄ້າຫວຽດນາມ. ສ່ວນທ່ານ ນາຍົກລັດຖະມົນຕີ ການາດາ Justin Trudeau ຢືນຢັນວ່າ ການາດາ ຢາກຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຍາວນານກັບຫວຽດນາມ ແລະ ໃຫ້ຮູ້ວ່າ ການາດາ ຈະໜູນຊ່ວຍບັນດາຄວາມມານະພະຍາຍາມຂອງຫວຽດນາມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ການພັດທະນາແບບຍືນຍົງ. ແລະ ໃນກໍໃນການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບການສ້າງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ການາດາ.

     ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງີນ ກໍໄດ້ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີ ການາດາ Justin Trudeau ຢ່າງສະໜິດສະໜົມ. 

ຕອບກັບ

ຂ່າວ/ບົດ​ອື່ນ