ການນຳພັກ,ລັດຖະບານສືບຕໍ່ພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ

(VOVWORLD) -ຕອນບ່າຍວັນທີ 18 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ແລະ ບັນດາສະມາຊິກສະພາແຫ່ງຊາດແຂວງລອງອານ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຢູ່ 2 ເມືອງ ເບັ໋ນລຶກ ແລະ ຖູເທື່ອ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ່ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 14.
ການນຳພັກ,ລັດຖະບານສືບຕໍ່ພົບປະກັບຜູ້ມີສິດເລືອກຕັ້ງຢູ່ທ້ອງຖິ່ນຕ່າງໆ - ảnh 1(ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ)

ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ປາດຖະໜາວ່າ, ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕ້ອງມີຄວາມເຊື່ອໝັ້ນຕໍ່ການຊີ້ນຳນຳພາຂອງພັກ ແລະ ລັດ. ບໍ່ຟັງຜູ້ບໍ່ດີກໍ່ຂາດຄວາມເປັນລະບຽບຮຽບຮ້ອຍ, ສົ່ງຜົນກະທົບເຖິງຊີວິດຂອງປະຊາຊົນ. ສະເພາະກ່ຽວກັບເລື່ອງກໍ່ສ້າງເຂດພິເສດ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບິ່ງ ຢືນຢັນວ່າ, ພວກເຮົາຢຶດໝັ້ນປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນ, ຜົນປະໂຫຍດຂອງຊາດ. ເລື່ອງຄັດເລືອກຄູ່ຮ່ວມມືເຂົ້າມາລົງທຶນເຂົ້າບັນດາເຂດພິເສດໄດ້ຮັບການຢັ້ງຢືນກຳລັງຄວາມສາມາດດ້ານການເງິນ ແລະ ໄດ້ຮັບການຕິດຕາມກວດກາເຂັ້ມງວດຈາກລັດ, ອຳນາດການປົກຄອງ, ປະຊາຊົນສຳລັບແຕ່ລະໂຄງການ.

      ແລະກໍ່ໃນວັນດຽວກັນ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດແຂວງ ເລິມດົ່ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງຕາແສງ ລ໋າດ, ເມືອງ ລາກເຢືອງ ແລະ ຕາແສງ ກາເດີນ, ເມືອງ ເດີນເຢືອງ, ແຂວງເລິມດົ່ງ. ເມື່ອຕອບບັນດຂໍ້ຕິດຂັດຂອງຜູ້ມີສິດເລືອກຕັ້ງກ່ຽວກັບຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ, ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ: ສະພາແຫ່ງຊາດຈະສືບຕໍ່ຮັບເອົາຫຼາຍຄຳເຫັນ, ຄຳປະກອບຕື່ມອີກ.

      ແລະກໍ່ໃນຕອນບ່າຍວັນທີ 18 ມິຖຸນາ, ທ່ານ ເຈີ່ນກ໋ວກເວື້ອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ແລະ ຄະນະສະມາຊິກສະພາແຫ່ງຊາດແຂວງ ອຽນບ໋າຍ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງເມືອງ ວັນອຽມ, ແຂວງ ກາວບັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ