ການນຳພັກ,ລັດພົບປະຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ2,ສະພາແຫ່ງຊາດຊຸດທີ14

ການນຳພັກ,ລັດພົບປະຜູ້ມີສິດເລືອກຕັ້ງພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ2,ສະພາແຫ່ງຊາດຊຸດທີ14 - ảnh 1
ທ່ານ ເຈີ່ນ​ກັວກ​ເວືອງ ພ້ອມ​ກັບ​ສະ​ມາ​ຊິກ
​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14 ແຂວງ​ອຽນ​ບ໊າຍ
(ພາບ: TTXVN)

(vovworld)- ​ ​ວັນ​ທີ 24/11, ທ່ານ ເຈີ່ນ​ກັວກ​ເວືອງ, ຫົວ​ໜ້າ​ຄະ​ນະ​ກວດ​ກາ​ສູນ​ກາງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ​ຊຸດ​ທີ 14 ພ້ອມ​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14 ແຂວງ​ອຽນ​ບ໊າຍ ໄດ້​​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ອຽນ​ບ໊າຍ ພາຍຫຼັງ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14​. ນະ​ທີ່ນີ້, ທ່ານ ເຈີ່ນ​ກັວກ​ເວືອງ ໄດ້​ຕອບ​​ຄວາມ​ເຫັນແຕ່​ລະ​ໝວດ​ ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະ​ຄອນ​ອຽນ​ບ໊າຍ. ກ່ຽວ​ກັບ​ບັນ​ດາ​ຈຸດ​ພົ້ນ​ເດັ່ນໃໝ່​ ຂອງກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ ເທື່ອ​ທີ 2, ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ 14, ທ່ານ ເຈີ່ນ​ກັວກ​ເວືອງ ໃຫ້​ຮູ້​ວ່າ: ສະ​ພາ​ແຫ່ງ​ຊາດ​ ພວມ​ນັບ​ມື້​ນັບ​ມີ​ການ​ປ່ຽນ​ແປງ​ໃໝ່ຫຼາຍ​ຢ່າງ, ນັບ​ມື້​ນັບ​ມີ​ປະ​ຊາ​ທິ​ປະ​ໄຕ. ບັນ​​ດາ​ວາ​ລະ​ຊັກ​ຖາມ ແລະ ໂຕ້​ວາ​ທີ​ຕາມ​ຫົວ​ຂໍ້ຢ່າງ​ເຖິງ​ຖອງ, ແກ້​ໄຂ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ, ຄຳ​ເຫັນ​ຂອງ​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ. ບັນ​ດາ​ຮ່າງ​ກົດ​ໝາຍ ​ທີ່​ຍັງ​ມີ​ຄຳ​ເຫັນ​ຕ່າງ​ກັນຫຼາຍຢ່າງ ຈະ​ສືບ​ຕໍ່​ຄົ້ນ​ຄ້​ວາ​ຕໍ່​ໄປ, ຮັບ​ປະ​ກັນ​​ໃຫ້ການ​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ​ຊາດ ຕ້ອງ​ແມ່ນ​ການ​ຕົກ​ລົງ ​ຂອງ​ໝູ່​ຄະ​ນະ​ບົນ​ພື້ນ​ຖານ​ການ​ສະ​ແດງ​ເຈດ​ຈຳ​ນົງ​ຂອງ​ທົ່ວ​ປວງ​ຊົນ.

        ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ດິງ​ລາ​ທັງ, ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ, ຫົວ​ໜ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ​ໂຮ່​ຈີ​ມິນ​ ພ້ອມ​ດ້ວຍ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດນະ​ຄອນ​ໂຮ່​ຈີ​ມິນ​ ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ​ກູ໋​ຈີ ແລະ ຮັອກ​ໂມນ (ນະ​ຄອນ​ໂຮ່​ຈີ​ມິນ).  ຮັບ​ເອົ​າ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ທ່ານ ດິ​ງ​ລງ​ທັງ ສະ​ເໜີ​ວ່າ: ບັນ​ດາ​ຂໍ້​ສະ​ເໜີ​ແນະ ຂອງຜູ້​ມີ​ສິດ​ເລືອກ​ຕັ້ງ ຖ້າ​ຫາກ​ຂື້​ນກັບ​ສິດ​ອຳ​ນາດ​ຂອງ​ນະ​ຄອນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນນະ​ຄອນ​ໂຮ່​ຈີ​ມິນ ​ຈະຊີ້​ນຳ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ສົມ​ທົບ​ກັບ​ທ້ອງ​ຖິ່ນ​ ​ເພື່ອແກ້​ໄຂ​ໃຫ້​ປະ​ຊາ​ຊົນ​ໂດຍ​ໄວ. ສຳ​ລັບ​ບັນ​ຫາ​ທີ່​ຂື້ນ​ກັບ​ສິດ​ອຳ​ນາດ​ຂອ​ງ​ສູນ​ກາງ, ນະ​ຄອນ ຈະ​ສະ​ເໜີ​ເພື່ອ​ມີ​ທິດ​ທາງ​ແກ້​ໄຂ​ຕໍ່​ໄປ.

 

ຂ່າວ/ບົດ​ອື່ນ