ການນຳພັກ,ລັດເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງ,ນະຄອນ

ການນຳພັກ,ລັດເຂົ້າຮ່ວມແລະຊີ້ນຳກອງປະຊຸມໃຫຍ່ອົງຄະນະພັກບັນດາແຂວງ,ນະຄອນ - ảnh 1
​ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ
ພາບ:http://tuoitre.vn

 (vovworld)- ​ ​ ​ກ່າວ​ຄຳ​ເຫັນ​ຊີ້​ນຳກອງ​ປະ​ຊຸມ​ໃຫຍ່​ອົງ​ຄ​ະ​ນະ​ພັກນະ​ຄອນ​ໂຮ່​ຈິ​ມີນ ​ ຄັ້ງ​ທີ 10 ອາ​ຍຸ​ການ 2015- 2020 ຊື່ງ​ດຳ​ເນີນ​ໃນຕອນ​ເຊົ້າ​ວັນ​ທີ 14/10, ​ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ສະ​ເຫນີ​ວ່າ:

        “ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ວາງ​ແຜນ​ກຳ​ນົດ, ສຸ​ມ​ໃສ່​ຊີ້​ນຳ, ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ, ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ເຂດ​ຕົວ​ເມືອງ​ໃຫ​້​ສຳ​ເລັດ, ເພີ່ມ​ທະ​ວີ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຈຳ​ກັດ​ຜົນ​ຮ້າຍ​ຈາກ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ ພ້ອມ​ທັງ​ກໍ່​ສ້າງ​ບັນ​ດາ​ເຂດ​ຕົວ​ເມືອງ​ຕາມ​ທິດ​ສີ​ວິ​ໄລ, ທັນ​ສະ​ໄຫມ.”

ເມ​ື່ອເຂົ້າ​ຮ່ວມ​ ແລະ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກກຸ່ມ​ບັນ​ດາ​ອົງ​ການ​ສູນ​ກາງ​ຄັ້ງ​ທີ 12​ ອາ​ຍຸ​ການ 2015-2020, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເນັ້ນ​ຫນັກ​ວ່າ:

        “ອົງ​ຄະ​ນະ​ພັກ​ຕ້ອງ​ຊີ້​ນຳ​ນຳ​ພາ​ການ​ນຳ​ບັນ​ດາ​ອົງ​ການ, ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ໃນ​ກຸ່ມ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ, ກຳ​ແຫນ້ນ​ສະ​ພາບ​ການ​ຜັນ​ແປ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ເພີ່ມ​ທະ​ວີ​ການ​ຄົ້ນ​ຄ້​ວາ​ທິດ​ສະ​ດີ ແລະ ສະ​ຫລຸບ​ພຶດ​ຕິ​ກຳ, ຄວາມ​ສາ​ມາດ​ຄາດ​ຄະ​ເນ​ບັນ​ດາ​ກ​ໍ​ລະ​ນີ​ອາດ​ຈະ​ເກີດ​ຂຶ້ນ, ຍົກ​ສູງ​ຄ​ຸນ​ນະ​ພາບ​ວຽກ​ງານ​ເສ​ນາ​ທິ​ການ, ສະ​ເຫນີ​ບັນ​ດາ​ນະ​ໂຍ​ບາຍ​, ແຜນ​ນະ​ໂຍ​ບາຍ​ເພື່ອ​ປະ​ຕິ​ບັດ​ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິ​ດ​ສັງ​ຄົມ, ຮັບ​ປະ​ກັນ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ.”

        ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ. ທ່ານ​ເລ​ຮົ່ງ​ແອງ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ​້​ປະ​ຈຳ​ຄະ​ນະ​ເລ​ຂາ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ ແລະ ຊີ້​ນຳ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ ໄຕ​ນີງ.

 

ຂ່າວ/ບົດ​ອື່ນ