ການນຳພັກແຮງງານ ເມກຊີໂກ ຕີລາຄາຢ່າງຕັ້ງໜ້າການພົວພັນກັບ ຫວຽດນາມ

ການນຳພັກແຮງງານ ເມກຊີໂກ ຕີລາຄາຢ່າງຕັ້ງໜ້າການພົວພັນກັບ ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 9/6, ຢູ່​ເມກ​ຊີ​ໂກ, ສະມາຊິກ​ສະພາ​ແຫ່ງ​ຊາດ​ສະຫະພາບ, ​ເລຂາທິການ​ໃຫຍ່​ພັກ​ແຮງ​ງານ ​ເມກ​ຊີ​ໂກ (PT), ທ່ານ Alberto Anaya Guierrez, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ​ເມກ​ຊີ​ໂກ - ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ​ຮ້ານ​ວາງສະ​ແດງ​ຂອງ ຫວຽດນາມ ຢູ່​ງານ​ຕະຫຼາດນັດ ບັນດາ​ພື້ນຖານ​ວັດທະນະທຳ​ເພື່ອນ​ມິດ​ຄັ້ງ​ທີ 5 ທີ່ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ ​ເມກຊີ​ໂກ ຊິ​ຕີ. ທ່ານ Alberto Anaya Guierrez ​ໄດ້​ຍ້ອງຍໍ​ສິນຄ້າ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ ຫວຽດນາມ, ​ໃນ​ນັ້ນ​ມີ​ພາບ​ສີ​ຂັດ​ມັນ ​ແລະ ບັນດາ​ຜະລິດ​ຕະພັນ​ຕັດຫຍິບ​ທີ່​ເຮັດ​ດ້ວຍ​ແພ​ໄໝ​ຂອງ ຫວຽດນາມ. ທ່ານ​ກໍ່​ໄດ້ລາຍ​ງານ​ເລື່ອງ ພັກ PT ສືບ​ຕໍ່​ຮັບ​ບົດບາ​ດ​ເປັນ​ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ​ເມກ​ຊີ​ໂກ - ຫວຽດນາມ ​ໃນ​ອາຍຸ​ການ 3 ປີ​ຈະ​ມາ​ເຖິງ ​ແລະ ນີ້​ເປັນ​ຄັ້ງທີ 3 ຢ່າງ​ລຽນຕິດ, ພັກ PT ​ໄດ້​ເປັນ​ກຽດ​ຮັບ​ໜ້າ​ທີ່​ສຳຄັນນີ້ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ, ຕັ້ງໜ້າ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ວິວັດທະນາ​ການ​ປັບປຸງ ​ແລະ ​ເປີດ​ກ້ວາງ​ການ​ພົວພັນ​ຫຼາຍ​ດ້ານ​ລະ​ຫວ່າງ ​ເມກ​ຊີ​ໂກ ​ແລະ ຫວຽດນາມ.

ຂ່າວ/ບົດ​ອື່ນ