ການ​ນຳ​ລັດ​ເຊຍ, ຈີນ ເຈ​ລ​ະ​ຈາ​ແບບ​ທາງ​ໄກ

(VOVWORLD) -ການນຳສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ “ບໍ່ມີຈຳກັດ” ຂອງສອງປະເທດ, ກໍ່ຄືສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.
ການ​ນຳ​ລັດ​ເຊຍ, ຈີນ ເຈ​ລ​ະ​ຈາ​ແບບ​ທາງ​ໄກ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜິງ (ພາບ: TTXVN)

ວັນທີ 30 ທັນວາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ດຳເນີນການເຈລະຈາແບບທາງໄກ ກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ກໍ່ຄືບັນດາບັນຫາຮີບດ່ວນໃນພາກພື້ນ. ໂຄສົກວັງ Kremlin, ທ່ານ Dmitry Peskov ໃຫ້ຮູ້ວ່າ ການນຳສອງທ່ານໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ລັດເຊຍ - ຈີນ, ພ້ອມທັງແລກປ່ຽນກ່ຽວກັບບັນດາບັນຫາຮີບດ່ວນໃນພາກພື້ນບົນຈິດໃຈຄູ່ຮ່ວມມືຍຸດທະສາດຢ່າງແທດຈິງ. ກ່ອນໜ້ານັ້ນ, ວັນທີ 21 ທັນວາ, ທ່ານຮອງປະທານສະພາຄວາມໝັ້ນຄົງ ແຫ່ງຊາດ ລັດເຊຍ Dmitry Medvedev ໄດ້ໄປຢ້ຽມຢາມຈີນ ແລະ ພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ. ການນຳສອງຝ່າຍໄດ້ປຶກສາຫາລືກ່ຽວກັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ “ບໍ່ມີຈຳກັດ” ຂອງສອງປະເທດ, ກໍ່ຄືສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ