ການ​ນຳ​ລັດ​ເຊຍ - ອິນ​ເດຍ​ ອອກ​ຖະ​ແຫຼງ​ການ​ຮ່ວມ

(VOVWORLD) - ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ຖະແຫຼງການຮ່ວມໄດ້ສະແດງເຖິງຄວາມປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ອິນເດຍເລິກເຊິ່ງກວ່າອີກ, ລວມມີການເຄື່ອນໄຫວສົມທົບນະໂຍບາຍທາງການທູດ.
ການ​ນຳ​ລັດ​ເຊຍ - ອິນ​ເດຍ​ ອອກ​ຖະ​ແຫຼງ​ການ​ຮ່ວມ - ảnh 1ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານ ນາຍົກລັດຖະມົນຕີ ອິນເດຍ Narendra Modi (ພາບ: TTXVN) 

ພາຍຫຼັງສິ້ນສຸດກອງປະຊຸມສຸດຍອດປະຈຳປີລະຫວ່າງ ອິນເດຍ - ລັດເຊຍຄັ້ງທີ 20 ຢູ່ Vladivostock ປະເທດລັດເຊຍໃນ ວັນທີ 4 ກັນຍາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ແລະ ທ່ານ ນາຍົກລັດຖະມົນຕີ ອິນເດຍ Narendra Modi ໄດ້ອອກຖະແຫຼງການຮ່ວມ, ໃນນັ້ນໄດ້ຢັ້ງຢືນຄວາມປາດຖະໜາຢາກໃຫ້ການພົວພັນສອງຝ່າຍເລິກເຊິ່ງກ່ວາອີກ, ຮຽກຮ້ອງໃຫ້ປັບປຸງສະພາຄວາມໝັ້ນຄົງສະຫະປະຊາຊາດ , ແລະ ສະແດງໃຫ້ເຫັນທັດສະນະກ່ຽວກັບບັນຫາອີຣານ. ຖະແຫຼງການຮ່ວມ, ທີ່ມີຊື່ວ່າ “ຜ່ານຄວາມໄວ້ເນື້ອເຊື່ອໃຈ ແລະ ການພົວພັນຄູ່ຮ່ວມມື - ມຸ່ງໄປເຖິງບັນດາຈຸດສູງໃນການຮ່ວມມືໃໝ່”, ຮຽກຮ້ອງໃຫ້ມີການຮ່ວມມືໃນຂົງເຂດການທະຫານ ແລະ ເຕັກໂນໂລຢີ, ດ້ວຍຄວາມສາມາດໃນການສ້າງຕັ້ງບັນດາບໍລິສັດຮ່ວມທຸລະກິດຢູ່ ອິນເດຍ ເພື່ອພັດທະນາ ແລະ ປະດິດສ້າງເຮືອບິນ ພົນລະເຮືອນ.

        ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ຖະແຫຼງການຮ່ວມໄດ້ສະແດງເຖິງຄວາມປາດຖະໜາຢາກເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ອິນເດຍເລິກເຊິ່ງກວ່າອີກ, ລວມມີການເຄື່ອນໄຫວສົມທົບນະໂຍບາຍທາງການທູດ. ສ່ວນທ່ານນາຍົກລັດຖະມົນຕີ Modi ເນັ້ນໜັ້ກວ່າ ການຮ່ວມມືລະຫວ່າງສອງຝ່າຍບັນລຸໄດ້ “ໄລຍະໃໝ່” ດ້ວຍບັນດາບ້ວງເງິນລົງທຶນສອງຝ່າຍກ້ອນໃຫຍ່ “ທີ່ຍັງບໍ່ເຄີຍມີມາກ່ອນ”ໃນຂົງເຂດນ້ຳມັນອາຍແກັດ.

ຕອບກັບ

ຂ່າວ/ບົດ​ອື່ນ