ການນຳລັດເຊຍ,ເຢຍລະມັນ,ຝຣັ່ງໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູແກຼນ

ການນຳລັດເຊຍ,ເຢຍລະມັນ,ຝຣັ່ງໂອ້ລົມທາງໂທລະສັບກ່ຽວກັບສະພາບການຢູແກຼນ - ảnh 1
ທ່ານປະທານາທິບໍດີ Putin

(vovworld) – ການ​ນຳ 3 ປະ​ເທດ ລັດ​ເຊຍ, ​ເຢຍລະ​ມັນ, ​ຝຣັ່ງ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ພົບ​ປະ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​​ຢູ​ແກຼນ ​ໃນ​ໄລຍະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ​ບັນດາ​ພື້ນຖານ​ເສດຖະກິດ​ພັດທະນາ ​ແລະ ຫາ​ກໍ່​ພົ້ນ​ເດັ່ນ​​ແຖວ​ໜ້າ​ຂອງ​ໂລກ (ຈີ20), ຄາດ​ວ່າ​ຈະ​ດຳ​ເນີນ​​ໄປ​ໃນ​ລະຫວ່າງ​ວັນ​ທີ​ 4 ​ແລະ 5/9 ຈະ​ມາ​ເຖິງ​ຢູ່ ຈີນ. ​ຖະ​ແຫຼ​ງ​ການ​ຂອງ​ວັງ Kremlin ​ໃນ​ວັນ​ທີ 23/8 ​ໃຫ້​ຮູ້​ວ່າ: ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ​ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທລະສັບ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ເຢຍລະ​ມັນ Angela Merkel ​ແລະ ຄູ່​ຕຳ​ແໜ່​ງ ຝຣັ່ງ Francois Hollande. ການ​ນຳ ລັດ​ເຊຍ ຖື​ວ່າ: Kiev ​ໄດ້​ມີ​ “ບັນດາ​ການ​ກະທຳ​ເກາະ​ຜິດ” ຢູ່​ແຫຼ​ມ Crimea. ພ້ອມ​ທັງ, ຝ່າຍຕ່າງໆ​ໄດ້​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່ໜ້າ​ສະພາບ​ຄວາມ​ເຄັ່ງ​ຕຶງ​ຢູ່ ຢູ​ແກຼນ ກໍ່​ຄື​ຄວາມ​ຂາດ​ສະຖຽນ​ລະ​ພາບຢູ່​ພາກ​ຕາ​ເວັນ​ອອກ​​ໃນ​ໄລຍະ​ທີ່​ຜ່ານ​ມາ.


ຂ່າວ/ບົດ​ອື່ນ