ການນຳລາວ ຕີລາຄາສູງການຢ້ຽມຢາມຂອງ ຄະນະກຳມະການສັນຕິພາບ ຫວຽດນາມ

(VOVWORLD) - ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາຂົງເຂດພົວພັນຕ່າງປະເທດປະຊາຊົນຫຼາຍຝ່າຍ, ພິເສດແມ່ນໃນບັນດາການເຄື່ອນໄຫວຂອງສະພາສັນຕິພາບໂລກ…
ການນຳລາວ ຕີລາຄາສູງການຢ້ຽມຢາມຂອງ ຄະນະກຳມະການສັນຕິພາບ ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົວວິຫານ ຕ້ອນຮັບຄະນະຜູ້ແທນຄະນະກຳມະການສັນຕິພາບ ຫວຽດນາມ

ໂດຍປະຕິບັດແຜນການຮ່ວມມືລະຫວ່າງຄະນະກຳມະການສັນຕິພາບ ຫວຽດນາມ ແລະ ຄະນະກຳມະການສັນຕິພາບ ແລະ ສາມັກຄີລາວ, ໂດຍຮັບຄຳເຊື້ອເຊີນຂອງທ່ານ ສົມມາດ ພົນເສນາ, ຮອງປະທານສະພາແຫ່ງຊາດ ລາວ, ປະທານຄະນະກຳມະການສັນຕິພາບ ແລະ ສາມັກຄີ ລາວ, ຄະນະຜູ້ແທນຄະນະກຳມະການສັນຕິພາບ ຫວຽດນາມ ໂດຍທ່ານ ອວງຈູລືວ, ປະທານຄະນະກຳມະການສັນຕິພາບ ຫວຽດນາມ, ນຳໜ້າ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 19 – 22 ສິງຫາ. ຕອນເຊົ້າວັນທີ 22 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ຄະນະໄດ້ເຂົ້າຢ້ຽມຂ່ຳນັບທ່ານ ໄຊສົມພອນ ພົວວິຫານ, ປະທານສະພາແຫ່ງຊາດ ລາວ. ນະທີ່ນີ້, ທ່ານ ອວງຈູລືວ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ສອງຝ່າຍຈະເພີ່ມທະວີການສົມທົບກັນ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນໃນບັນດາຂົງເຂດພົວພັນຕ່າງປະເທດປະຊາຊົນຫຼາຍຝ່າຍ, ພິເສດແມ່ນໃນບັນດາການເຄື່ອນໄຫວຂອງສະພາສັນຕິພາບໂລກ…

        ສ່ວນທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົວວິຫານ ຢັ້ງຢືນວ່າ  ການຢ້ຽມຢາມຂອງຄະນະ ແລະ ການຮ່ວມມືລະຫວ່າງຄະນະກຳມະການສອງປະເທດ ໄດ້ ແລະ ຈະ ປະກອບສ່ວນຊຸກຍູ້, ເຮັດໃຫ້ການພົວພັນມິດຕະພາບທີ່ຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ, ລາວ - ຫວຽດນາມ ເລິກເຊິ່ງຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ