ການນຳສປປເກົາຫຼີໄດ້ຮັບໜ້າທີ່ຕຳແໜ່ງໃໝ່

ການນຳສປປເກົາຫຼີໄດ້ຮັບໜ້າທີ່ຕຳແໜ່ງໃໝ່ - ảnh 1
ທ່ານ Kim Jong Un
(ພາບ: Reuters/KCNA)

(vovworld)- ​​ໃນ​ວັນ​ທີ 29/6, ທີ່ສະ​ໄໝ​ ​ຄັ້ງ​ທີ 4 ຂອງກອງ​ປະ​ຊຸມ​ປະ​ຊາ​ຊົນ​ສູງ​ສຸດ ຊຸດທີ 13 (ສະ​ພາ​ແຫ່ງ​ຊາດ) ສ​ປ​ປ ເກົາຫຼີ, ຜູ​້​ນຳ ທ່ານ Kim Jong Un ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ຄະນະ​ກຳ​ມະ​ການ​ແຫ່ງ​ລັດ​ໃໝ່ ​ທີ່​ຫາໄດ້​ຮັບ​ການ​ສ້າງ​ຕັ້ງ, ຫຼືເອີ້ນວ່າ: ຄະ​ນະ​ກຳ​ມະ​​ການ​ລັດ​ຖະ​ບານ. ຂໍ້​ຕົກ​ລົງ​ຂ້າງ​ເທິງ​ແມ່ນ​​ປ່ຽນແທນ​ໃຫ້ຕຳ​ແໜ່ງ​ກ່ອນ​ນີ້ ຂອງ​ທ່ານ Kim Jong Un ແມ່ນ​ປະ​ທານ​ຜູ້​ທຳ​ອິດ​ ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ​ຊາ​ດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ທີ່​ເຄີຍ​ໄດ້​ມອບ​ໃຫ້​ການ​ນທ່າ​ນ​ນີ້ ຢູ່ກອງ​ປະ​ຊຸມສະ​ໄໝ​ສາ​ມັນ ​ຂອງ​ສະ​ພາ​ແຫ່ງ​ຊາດ ສ​ປ​ປ ເກົາຫຼີ ທີ່ດຳ​ເນີນ​ ໃນ​ປີ 2012. ທ່ານ Kim Jong Un ປະ​ຈຸ​ບັນ​ກໍ່​ດຳ​ລົງ​ຕຳ​ແໜ່ງ​ ເປັນປະ​ທານ​ພັກ​ອອກ​ແຮງ​ງານ ສ​ປ​ປ ເກົາຫຼີ, ຜູ້ບ​ັນ​ຊາ​ການ​ສູງ​ສຸດ ​ຂອງກ​ອງ​ທັບ​ປະ​ຊາ​ຊົນ ສ​ປ​ປ ເກົາຫຼີ.

ຂ່າວ/ບົດ​ອື່ນ