ການນຳຫວຽດນາມ ເຈລະຈາກັບປະທານສະພາແຫ່ງຊາດແດນມາກ

ການນຳຫວຽດນາມ ເຈລະຈາກັບປະທານສະພາແຫ່ງຊາດແດນມາກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
ແລະ ປະທານ​ສະພາ​ແຫ່ງ​ຊາດ​ແດນ​ມາກ
( ພາບ: vietnamplus.vn )


( vovworld ) -  ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຕອນ​ເຊົ້າ​ວັນ​ທີ 5/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແດນ​ມາກ Mogens Lykketoft ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແດນ​ມາກ ​​ໄດ້ມາ​ຮອດ​ນະຄອນ​ຫຼວງຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ວັນ​ທີ 5/3, ຢູ່​ເຮືອນ​ຮັບ​ແຂກ​ຂອງ​ລັດຖະບານ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ ​ແລະ ​ເຈ​ລະ​ຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແດນ​ມາກ Mogens Lykketoft.

    ທີ່​ການ​ເຈລະຈາ​ພາຍຫຼັງ​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ, ​ແດນ​ມາກ​ ຈະສື​ບຕໍ່​ສະໜັບ​ສະໜູນ​ເລື່ອງ EU ຮັບ​ຮູ້​ກົດ​ລະບຽບ​ເສດຖະກິດ​ການຕະຫຼາດ​ຂອງ​ຫວຽ​ດນາມ​ຢ່າງຄົບ​ຖ້ວນ​ ກໍ​ຄື​ຊຸກຍູ້ EU ​ເຈລະຈາ FTA ກັບ​ຫວຽດນາມ​ໂດຍ​ໄວ. ສອງ​ຝ່າຍ​ໄດ້​ຕີ​ລາຄາ​ສູງ​​ເລື່ອງ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່ຮ່ວມມືຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​, ສິ່ງ​ແວດ​ລ້ອມ, ພະລັງງານ ​ແລະ ການ​ເຕີນ​ໂຕ​ຂຽວ, ຊ່ວຍ​​ຫວຽດນາມ ຂຸດ​ຄົ້ນຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂອງ​ແດນ​ມາກ​ໃນ​ບັນດາຂົງ​ເຂດ​ນີ້​ເປັນ​ຢ່າງ​ດີ. ສອງ​ຝ່າຍ​ໄດ້​​ເຫັນ​ດີເປັນ​ເອກະ​ພາບ​ຈະສືບ​ຕໍ່​ແລກ​ປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ​ ເພື່ອ​ທາ​ບທາມ, ຮຳ່ຮຽນ​ເອົາ​ບົດຮຽນ​​​ໃນການ​ເຄື່ອນ​ໄຫວ​ນິຕິບັນຍັດ ​ແລະ ຕິດຕາມ​ກວດກາ, ​ເພີ່ມ​ທະວີ​ການພົບ​ປະ​ແລກປ່ຽນ, ​ແລກປ່ຽນ​ບົດຮຽນ​​ໃນວຽກ​ງານລະຫວ່າງບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງສະພາ​ແຫ່ງ​ຊາດສອງ​ປະ​ເທດ ​ແລະ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ເພື່ອ​ສ້າງ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ. ພ້ອມ​ທັງ, ສົມທົບ​ກັນ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ, ​ໂຄງການ​ຮ່ວມ​ມື, ສ້າງ​ເງື່ອນ​ໄຂ​ສະດວກ​ໜູນຊ່ວຍ​ເພື່ອ​ໃຫ້​​ວິ​ສາ​ຫະກິດ​ຂອງ​ສອງ​ປະ​ເທດ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ, ສືບ​ຕໍ່​ສະໜັບ​ສະ​ໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫຼາຍ​ຝ່າຍ.

    ທີ່​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ແຈ້ງ​ໃຫ້​ຊາບ ​ແລະ ​ໄຈ້​ແຍກ​ ​ເຮັດແຈ້ງ​ບັນດາ​ບັນຫາ​ສຳຄັນ​ເຊິ່ງກ່ຽວຂ້ອງ​ເຖິງ​ການ​ປັບປຸງ​ລັດຖະທຳ​ມະນູນປີ 1992 ​ເຊິ​່ງຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ​ແດນ​ມາກ​ມີ​ຄວາມສົນ​ໃຈ.

     ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ​ກໍ່ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແດນ​ມາກ. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ສະພາ​ແຫ່ງ​ຊາດ​ແດນ​ມາກ ຈະ​ສະໜັບສະໜູນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ, ​ໃນ​ນັ້ນ​ມີ​ການ​ສະໜັບສະໜູນ​ບັນດາ​ການ​ເຄື່​ອນ​ໄຫວ​ຮ່ວມ​ມື​ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ, ນ້ຳ​ທະ​ເລ​ຂື້ນ​ສູງ, ໜູນ​ຊ່ວຍທຶນ ODA ​ໃຫ້​ແກ່​ຫວຽດນາມ; ຮ່ວມ​ມື​ໃນ​ການ​ສ້າງ​ກົດໝາຍ… ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ແດນ​ມາກ ຢັ້ງຢືນວ່າ, ສະພາ​ແຫ່ງ​ຊາດ​ແດນ​ມາກ​ຍາມ​ໃດ​ກໍ​ສະໜັບສະໜູນ​ການ​ເຄື່​ອນ​ໄຫວ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ສອງ​ປະ​ເທດ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຕາມ​ຂໍ້​ສະ​ເໜີ​ຂອງ​ທ່ານ ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ, ພ້ອມ​ກັນ​ນັ້ນ​ກໍ​ສະ​ເໜີ​ວ່າ ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ​ໃນ​ຂົງ​ເຂດ​ປະຕິ​ຮູ​ບດ້ານ​ຍຸດຕິ​ທຳ, ຖື​ວ່າ ນີ້​ແມ່ນ​ຂົງ​ເຂດ​ທີ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການຮ່ວມ​ມືລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ