ການ​ນຳຫຼາຍ​ປະ​ເທດ​ສົ່ງ​ສານ, ຈົດ​ໝາຍ​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

(VOVWORLD) -     ເນື່ອງໃນໂອກາດທ່ານ ໂຕເລິມ ໄດ້ຮັບຄວາມເຫັນດີເປັນເອກະພາບຢ່າງຂາດຂັ້ນຈາກຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເລືອກຕັ້ງໃຫ້ສືບຕໍ່ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV, ການນຳຂັ້ນສູງລາວ, ຈີນ ແລະ ກຳປູເຈຍ ໄດ້ສົ່ງສານ, ຈົດໝາຍຊົມເຊີຍ.
ການ​ນຳຫຼາຍ​ປະ​ເທດ​ສົ່ງ​ສານ, ຈົດ​ໝາຍ​ຊົມ​ເຊີຍ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ - ảnh 1ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ທ່ານ ເຈິ່ນເກີມຕູ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ທ່ານ ເລມິງຮຶງ ຫົວໜ້າຄະນະຈັດຕັ້ງສູນກາງ ມອບດອກໄມ້ຊົມເຊີຍທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)

ໃນຈົດໝາຍຊົມເຊີຍ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງ ສປປ.ລາວ  ໄດ້ເນັ້ນໜັກວ່າ ເລື່ອງທ່ານເລຂາທິການໃຫຍ່ໂຕເລິມ ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ຕື່ມອີກສະໄໝໜຶ່ງນັ້ນ ແມ່ນສະແດງໃຫ້ເຫັນຄວາມເຊື່ອໝັ້ນ ແລະ ການຕີລາຄາສູງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ບັນດາການປະກອບສ່ວນຢ່າງໃຫຍ່ຫຼວງກ່ຽວກັບພູມປັນຍາ, ເຫື່ອແຮງ, ບົດຮຽນປະສົບການທີ່ອຸດົມສົມບູນຂອງທ່ານເລຂາທິການໃຫຍ່ ໃນການຊີ້ນຳນຳພາໃນຕະຫຼອດໄລຍະຜ່ານມາ; ພ້ອມທັງຢັ້ງຢືນຈະພ້ອມກັບທ່ານເລຂາທິການໃຫຍ່ ແລະ ຄະນະການນຳໃໝ່ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຖະໜຸຖະໜອມ, ປົກປັກຮັກສາ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ - ຫວຽດນາມ

        ໃນສານຊົມເຊີຍຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ, ທ່ານປະທານປະເທດ ສປ. ຈີນ ສີຈີ້ນຜິງ, ໄດ້ເຜີຍວ່າ: “ຂ້າພະເຈົ້າເຄົາລົບນັບຖືສາຍພົວພັນລະຫວ່າງສອງພັກ, ສອງລັດ ຈີນ - ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບສະຫາຍເລຂາທິການໃຫຍ່ເພີ່ມທະວີການແລກປ່ຽນຍຸດທະສາດ, ເສີມຂະຫຍາຍໄມຕີຈິດມິດຕະພາບ, ຢືດໝັ້ນຊຸກຍູ້ພາລະກິດສັງຄົມນິຍົມ, ນຳພາການຮ່ວມມືຍຸດທະສາດຮອບດ້ານ ແລະ ເລື່ອງສ້າງປະຊາຄົມແບ່ງປັນໃນອະນາຄົດ ຈີນ - ຫວຽດນາມ ໃຫ້ບັນລຸໄດ້ຫຼາຍໝາກຜົນທີ່ຍິ່ງໃຫຍ່ຢ່າງບໍ່ຢຸດຢັ້ງ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດນັບມື້ນັບຫຼາຍກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຈະເລີນຮຸ່ງເຮືອງຂອງພາກພື້ນ ແລະ ໃນໂລກ.”

        ໃນຈົດໝາຍຊົມເຊີຍ, ພະມະຫາກະສັດລາຊະອານາຈັກ ກຳປູເຈຍ Norodom Sihamoni ໄດ້ສົ່ງຄຳອວຍພອນຢ່າງຈິງໃຈມາຍັງທ່ານເລຂາທິການໃຫຍ່ ໂຕເລິມ; ພ້ອມທັງເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງທ່ານເລຂາທິການໃຫຍ່, ຫວຽດນາມ ຈະບັນລຸໄດ້ບັນດາຜົນສຳເລັດ ແລະ ພັດທະນາຍິ່ງໃຫຍ່ກວ່າໃນທຸກຂົງເຂດ, ພ້ອມທັງຮັກສາບົດບາດສຳຄັນໃນພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ