ການນຳອີຣານ ແລະ ຈີນ ປຶກສາຫາລືກ່ຽວກັບ JCPOA

(VOVWORLD) -ຈີນໄດ້ສວມບົດບາດສຳຄັນ ແລະ ມີປະສິດທິຜົນໃນການເຈລະຈາຄັ້ງຕ່າງໆ ລະຫວ່າງອີຣານ ກັບ ບັນດາປະເທດມະຫາອຳນາດຂອງໂລກ  ທີ່ເຄີຍພາໄປເຖິງການລົງນາມໃນຂໍ້ຕົກລົງ JCPOA

ການນຳອີຣານ ແລະ ຈີນ ປຶກສາຫາລືກ່ຽວກັບ JCPOA - ảnh 1ທ່ານປະທານປະເທດຈີນ ສີຈີ້ນຜິງ ແລະທ່ານປະທານາທິບໍດີອີຣານ Hassan Rouhani

(ພາບ: mehrnews.com)

ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີອີຣານ Hassan Rouhani ໄດ້ແລກປ່ຽນກັບທ່ານປະທານປະເທດຈີນ ສີຈີ້ນຜິງ ກ່ຽວກັບຂໍ້ຕົກລົງນິວເຄຼຍ ເຊິ່ງອີຣານ ໄດ້ລົງນາມກັບກຸ່ມ P5 +1 (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ເມື່ອປີ 2015  ເຊິ່ງຍັງໄດ້ເອີ້ນວ່າ ແມ່ນແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ແລະ ກ່ຽວກັບການພົວພັນສອງຝ່າຍ, ພິເສດແມ່ນໃນຂົງເຂດເສດຖະກິດ ແລະ ການຄ້າ. ທ່ານປະທານາທິບໍດີອີຣານ ຖືວ່າ ຈີນໄດ້ສວມບົດບາດສຳຄັນ ແລະ ມີປະສິດທິຜົນໃນການເຈລະຈາຄັ້ງຕ່າງໆ ລະຫວ່າງອີຣານ ກັບ ບັນດາປະເທດມະຫາອຳນາດຂອງໂລກ  ທີ່ເຄີຍພາໄປເຖິງການລົງນາມໃນຂໍ້ຕົກລົງ JCPOA.

        ທ່ານປະທານປະເທດຈີນ ສີຈີ້ນຜິງ ໃຫ້ຮູ້ວ່າ ຈີນ ຕັດສິນໃຈເພີ່ມທະວີການຮ່ວມມືຍຸດທະສາດກັບອີຣານ. ຕາມທ່ານປະທານປະເທດຈີນ ສີຈີ້ນຜິງແລ້ວ, ຂໍ້ຕົກລົງ JCPOA ແມ່ນຜົນງານອັນຍິ່ງໃຫຍ່ຂອງການຮ່ວມມືລະຫວ່າງບັນດາປະເທດ ເພື່ອແນໃສ່ຮັບປະກັນສັນຕິພາບ ແລະ ການຮ່ວມມືໃນພາກພື້ນ. ດັ່ງນັ້ນ, ບັນດາຝ່າຍທີ່ຍັງເຫຼືອໃນຂໍ້ຕົກລົງນິວເຄຼຍ ຕ້ອງປະຕິບັດບັນດາຄຳໝັ້ນສັນຍາຂອງຕົນຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ