ການ​ນຳ​ເອີ​ລົບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໄຊ​ຊະ​ນະ​ຂອງ​ທ່ານ Joe Biden

(VOVWORLD) -ວັນທີ 7 ມັງກອນ ຕາມເວລາ ທ້ອງຖິ່ນ, ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຍ້ອງຍໍສັນລະເສີນບົດກ່າວປາໄສ ຂອງທ່ານ Joe Biden ແລະ ຖືວ່າ ເລື່ອງສະພາແຫ່ງຊາດ ອາເມລິກາ ກັບຄືນມາເຮັດວຽກພາຍຫຼັງຖືກຕັດຕອນ ແມ່ນເປັນການສະແດງໃຫ້ເຫັນວ່າ ປະເທດອາເມລິກາ ຍັງຄົງມີຄວາມແຂງແຮງກ່ວາຜູ້ບຸກໂຈມຕີ ແລະ ກໍ່ການຈະລາຈົນ.
ການ​ນຳ​ເອີ​ລົບ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ໄຊ​ຊະ​ນະ​ຂອງ​ທ່ານ Joe Biden - ảnh 1 ສະພາແຫ່ງຊາດ ອາເມລິກາຮັບຮອງໄຊຊະນະຂອງທ່ານ Joe Biden ການເລືອກຕັ້ງ ປະທານາທິບໍດີ ຢ່າງເປັນທາງການ (ພາບ: Angela Weiss/AFP)

ບັນດາການນຳເອີລົບໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ສະພາແຫ່ງຊາດ ອາເມລິກາຮັບຮອງໄຊຊະນະຂອງທ່ານ Joe Biden ໃນການເລືອກຕັ້ງ ປະທານາທິບໍດີ ຢ່າງເປັນທາງການ ແລະ ສືບຕໍ່ສະແດງໃຫ້ເຫັນຄວາມໂກດເຄືອງ ຕໍ່ການແຫ່ຂະບວນປະທ້ວງທີ່ໃຊ້ຄວາມຮຸນແຮງຢູ່ອາເມລິກາ.

ກ່າວຄຳເຫັນໃນຊ່ອງໂທລະພາບ ເຢຍລະມັນ ໃນຕອນເຊົ້າວັນທີ 7 ມັງກອນ ຕາມເວລາ ທ້ອງຖິ່ນ, ທ່ານນາງ Angela Merkel ນາຍົກລັດຖະມົນຕີ ເຢຍລະມັນ ໄດ້ຍ້ອງຍໍສັນລະເສີນບົດກ່າວປາໄສ ຂອງທ່ານ Joe Biden ແລະ ຖືວ່າ ເລື່ອງສະພາແຫ່ງຊາດ ອາເມລິກາ ກັບຄືນມາເຮັດວຽກພາຍຫຼັງຖືກຕັດຕອນ ແມ່ນເປັນການສະແດງໃຫ້ເຫັນວ່າ ປະເທດອາເມລິກາ ຍັງຄົງມີຄວາມແຂງແຮງກ່ວາຜູ້ບຸກໂຈມຕີ ແລະ ກໍ່ການຈະລາຈົນ.

ບັນດານັກການເມືອງ ຝລັ່ງ ໄດ້ສົ່ງຄຳອວຍພອນໄປຍັງ ທ່ານ Joe Biden ແລະ ຖືເປັນສຳຄັນຕໍ່ເລື່ອງ ສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາໄຊຊະນະຂອງທ່ານ Joe Biden. ກ່ອນໜ້ານັ້ນ ໃນຕອນເຊົ້າວັນທີ 7 ມັງກອນຕາມເວລາທ້ອງຖິ່ນ, ທ່ານ ປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ມີບົດກ່າວປະໄສຢູ່ທຳນຽບປະທານາທິບໍດີ ຝລັ່ງ ແລະ ໄດ້ສົ່ງສານແຫ່ງຄວາມສາມັກຄີໄປຍັງປະເທດອາເມລິກາ ແລະ ທ່ານກໍ່ຢັ້ງຢືນວ່າ ການໃຊ້ຄວາມຮຸນແຮງຈະບໍ່ສາມາດໄດ້ຮັບໄຊຊະນະ.

ຕອບກັບ

ຂ່າວ/ບົດ​ອື່ນ