ກາ​ນ​ບຸກ​ໂຈມ​ຕີ​ໃສ່ ນີ​ເຊ​ຣີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 50 ຄົນ

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ລັດນີ້ມີເສັ້ນຊາຍແດນຕິດກັບລັດ Kaduna ເຊິ່ງແມ່ນສະຖານທີ່ ບັນດາກຸ່ມອາດຊະຍາກອນປະກອບອາວຸດໄດ້ວາງລະເບີດຕອນໜຶ່ງຂອງເສັ້ນທາງລົດໄຟໃນທ້າຍ ເດືອນຜ່ານມາ, ເຮັດໃຫ້ 8 ຄົນເສຍຊີວິດ ແລະ ລອບຈັບຕົວນັບຮ້ອຍຄົນ.

ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 50 ຄົນ ແລະ ອີກ 70 ຄົນ (ໃນນັ້ນມີ ແມ່ຍິງ ແລະ ເດັກນ້ອຍ) ຖືກລອບຈັບຕົວ ໃນເຫດບຸກຈົມຕີໃນຕອນບ່າຍວັນທີ 10 ເມສາ ຂອງບັນດາມືປຶນຢູ່ລັດ Plateau, ເຂດພາກກາງ ນີເຊຣີ. ທ່ານ Simon Lalong ໂຄສົກຜູ້ວ່າການລັດ Plateau ໃຫ້ຮູ້ວ່າ ມີຫຼາຍຄົນຖືກເຂັ່ນຂ້າ ພ້ອມທັງເຮືອນ ແລະ ຊັບສິນຂອງເຂົາເຈົ້າກໍ່ຖືກທຳລາຍ.

ເຫດບຸກໂຈມຕີຄືແນວນີ້ບໍ່ເຄີຍເກີດຂຶ້ນຢູ່ ລັດ Plateau. ເຖິງຢ່າງໃດກໍ່ຕາມ, ລັດນີ້ມີເສັ້ນຊາຍແດນຕິດກັບລັດ Kaduna ເຊິ່ງແມ່ນສະຖານທີ່ ບັນດາກຸ່ມອາດຊະຍາກອນປະກອບອາວຸດໄດ້ວາງລະເບີດຕອນໜຶ່ງຂອງເສັ້ນທາງລົດໄຟໃນທ້າຍ ເດືອນຜ່ານມາ, ເຮັດໃຫ້ 8 ຄົນເສຍຊີວິດ ແລະ ລອບຈັບຕົວນັບຮ້ອຍຄົນ. ຫວ່າງມໍ່ໆມານີ້, ໃນອາທິດຜ່ານມາ, ບັນດາມືປຶນໄດ້ບຸກໂຈມຕີຖານທີ່ໝັ້ນແຫ່ງໜຶ່ງຢູ່ Kaduna, ເຮັດໃຫ້ມີພົນທະຫານ 15 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ