ການປ່ອຍທຶນ FDI ຈະບັນລຸປະມານ 10 ຕື້ USD

ການປ່ອຍທຶນ FDI ຈະບັນລຸປະມານ 10 ຕື້ USD - ảnh 1
ພາບປະກອບ

(vovworld) – ທ່ານ Do Nhat Hoang, ຫ​ົວໜ້າ​ກົມ​ລົງທຶນ​ຕ່າງປະ​ເທດ, ກະຊວງ​ແຜນການ ​ແລະ ກາ​ນລົງທຶນ​ຫວຽດນາມ​ຮັບ​ຮູ້​ວ່າ: ​ເຖິງ​ວ່າ ​ໃນ 6 ​ເດືອນ​ຕົ້ນ​ປີ, ສະພາບ​ການ​ດຶງ​ດູດ​​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (ຫຼື FDI) ຫຼຸດຜ່ອນ​ຢ່າງ​ແຮງ ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍກໍ່ຕາມ, ​ແຕ່​ດ້ວຍ​ບັນດາ​ມາດ​ຕະການ​​ຊິ່ງ​ລັດຖະບານ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການພວມ​ຜັນ​ຂະຫຍາຍ​ເພື່ອ​ປັງ​ປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ​ເພີ່​ມທະວີ​ການ​ສົ່ງ​ເສີມ​ການ​ລົງທຶນ​ກັບ​ບັນດາ​ຄູ່​ຮ່ວມ​ມືນັ້ນ.​..​ ຮອດ​ທ້າ​ຍປີ​ນີ້, ການປ່ອຍ​ທຶນ FDI ຈະ​ບັນລຸ​ປະມານ 10 ຕື້ USD. ​ໄລ່​ຮອດ​ທ້າຍເດືອນ 6, ທຶນ FDI ຈົດທະບຽນ ​ແລະ ສະໜອງ​ໃໝ່​​ບັນລຸພຽງ 6,4 ຕື້ USD, ຫຼຸດ 27,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຄາ​ດວ່າ, ທຶນ​ຈົດ​ທະບຽນ​ໃນ​ໄລຍະ​ສັ້ນ​ ຈະ​ຫຼຸດ​ລົງ​ເມື່ອ​ທຽບ​ໃສ່​ກ່ອນ ​ນີ້, ແຕ່​ຈະ​ເພີ່ມ​ຂຶ້ນ​ຄືນ​ໃໝ່​​ໃນ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ.

ຂ່າວ/ບົດ​ອື່ນ