ການປ່ອຍທຶນ FDI ໃນ 6 ເດືອນຕົ້ນປີ ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2011

ການປ່ອຍທຶນ FDI ໃນ 6 ເດືອນຕົ້ນປີ ເພີ່ມຂຶ້ນ 2% ເມື່ອທຽບໃສ່ປີ 2011 - ảnh 1
( ພາບປະກອບ )

( vovworld ) -   ກົມ​ລົງທຶນ​ຕ່າງປະ​ເທດສັງກັດກະຊວງ​ແຜນການ ​ແລະ ການ​ລົງທຶນ​ຫວຽດນາມ ​ໃຫ້​ຮູ້​ວ່າ, ​ໄລ່​ມາ​ຮອດ​ປະຈຸ​ບັນຈຳນວນ​ເງິນ​ລົງທຶນ​ໂດ​ຍກົງ​ຈາກ​ຕ່າງປະ​ເທດ ( FDI ) ທີ່​ໄດ້ປ່ອຍ​ເງິນບັນລຸ​ໄດ້ 5,4 ຕື້ USD, ​ເພີ່ມ​ຂຶ້​ນເກື​ອບ 2% ​ເມື່ອ​ທຽບ​ໃສ່​ປີ 2011. ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຈຳນວນ​ທຶນ FDI ບັນລຸ​ເກືອບ 6,4 ຕື້ USD. ​ໃນ​ນັ້ນ, ຈຳນວນ​ທຶນ FDI ຈົດ​ທະບຽນ​ໃໝ່​ບັນລຸ​ເກືອບ 4,8 ຕື້ USD ດ້ວຍ 452 ​ໂຄງການ​ໃໝ່ ​ແລະ ກວ່າ 120 ​ໂຄງການ​ໄດ້​ເພີ່ມ​ເງິນ​ລົງທຶນ. ທ່ານ Do Nhat Hoang, ຫົວໜ້າ​ກົມ​ລົງທຶນຕ່າງປະ​ເທດສັງກັດ, ກະຊວງ​ແຜນການ ​ແລະ ການ​ລົງທຶນຫວຽດນາມ​ໃຫ້​ຮູ້​ວ່າ.

        “ ການ​ລົງທຶນ​ຕ່າງ​ປະ​ເທດ ​ເຖິງ​ວ່າ​ໄດ້​ຫຼຸດ​ລົງ​ດ້ານ​ຈຳນວນກໍ​ຕາມ, ​ແຕ່​ການ​ປ່ອຍ​ເງິນ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ ຖ້າ​ຫາກ​​ປຽບທຽບ​ຊຸມເດືອນ​ຕົ້ນ​ປີ 2012 ກັບປີ 2011 ກໍ່​ຄື​ປີ 2010. ຈຳນວນ​ທຶນ​ຈົດ​ທະບຽນ​ອາດຈະຫຼຸດ​ລົງ ​ແຕ່​ການ​ປ່ອຍ​ເງິນ​ແມ່ນ​ທຶນ​ຕົວ​ຈິງ​ເຊິ່ງບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ​ນຳ​ເຂົ້າ​ມາລົງທຶນຍັງ​ໄດ້​ຮັບການຮັກ​ສາ​​ໄວ້. ການ​ສົ່ງ​ອອກ​​ໃນ​ປີ 2012 ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ປີ 2011​ເພີ່ມ​ຂຶ້​ນ 36,9% ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ 25,3%. ນັ້ນ​ແມ່ນ​ສັນຍານ​ທີ່​ດີ​ໃນ​ການ​ລົງທຶນ​ຕ່າງປະ​ເທດ ​ແລະ ບົນ​ພື້ນຖານ​ນັ້ນ ລັດຖະບານ​ປະຕິບັດ​ບັນດາ​ກຸ່ມມາດ​ຕະການ, ປະຕິບັດ​ມະຕິ​ເລກທີ 11 ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ. ບັນດາ​ສິ່ງ​ດັ່ງກ່າວ​ແມ່ນ​ແທດ​​ເໝາະ, ຈຳ​ເປັນ, ​ໄດ້​ສົ່ງ​ຜົນ​ຜົນ​ກະທົບດີ, ປະກອບສ່ວນ​ເຂົ້າ​ໃນ​ການ​ດຶງ​ດູດທຶນ​ FDI ຫຼາຍພໍ​ສົມ​ຄວນ”.

ຂ່າວ/ບົດ​ອື່ນ