ສື່ມວນ​ຊົນ​ສາ​ກົນ​​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ “ວັນ​ບຸນ​ແຫ່ງ​ຊາດ” ຂອງ ຫວຽດ​ນາມ

(VOVWORLD) - ວັນທີ 15 ມີນາ, ສື່ມວນຊົນສາກົນ ໄດ້ພ້ອມກັນໃຫ້ຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ເຫດການການເມືອງສຳຄັນຂອງ ຫວຽດນາມ.
ສື່ມວນ​ຊົນ​ສາ​ກົນ​​ລົງ​ຂ່າວ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ “ວັນ​ບຸນ​ແຫ່ງ​ຊາດ” ຂອງ ຫວຽດ​ນາມ - ảnh 1ຈຸດເວລາຜູ້ມີສິດເລືອກຕັ້ງປ່ອນບັດໃສ່ຫີບ - ການກະທຳສະແດງສິດເປັນເຈົ້າຂອງຂອງປະຊາຊົນ

ເວັບໄຊຂອງສະຖານີໂທລະພາບສູນກາງ ຈີນ (CTTV) ໄດ້ຖະແຫຼງວ່າ ວັນທີ 15 ມີນາ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຫວຽດນາມ ໄດ້ເຂົ້າຮ່ວມການປ່ອນບັດສະມາຊິກສະພາແຫ່ງຊາດຊຸດທີ XVI. ສຳນັກຂ່າວສານ Prensa Latina  ຂອງ ກູບາ ໄດ້ເນັ້ນໜັກເຖິງບັນດາຈຸດໃໝ່ໃນການເລືອກຕັ້ງຄັ້ງນີ້, ໃນນັ້ນ ມີເລື່ອງຈັດການປ່ອນບັດກ່ອນກຳນົດເວລາ, ການເລືອກຕັ້ງຄັ້ງທຳອິດທີ່ຈັດຕາມຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ປ່ຽນແປງໃໝ່ແບບວິທີການຂົນຂວາຍເລືອກຕັ້ງດ້ວຍຮູບແບບເຊິ່ງໜ້າ ແລະ ທາງໄກ, ພ້ອມທັງເພີ່ມທະວີການໝູນໃຊ້ເຕັກໂນລຢີຂໍ້ມູນຂ່າວສານ ແລະ ການຫັນເປັນດີຈີຕອນໃນການຄຸ້ມຄອງບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ ກໍຄື ຈັດຕັ້ງການເລືອກຕັ້ງ.

ວິທະຍຸ Sputnik (ຂອງ ລັດເຊຍ) ໃຫ້ຮູ້ວ່າ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຂອງ ຫວຽດນາມ ມີຄວາມໝາຍສຳຄັນໃນການບູລະນະກົງຈັກອຳນາດການປົກຄອງໃໝ່ ແລະ ຊຸກຍູ້ການປະຕິຮູບການຈັດຕັ້ງ, ກໍຄືໝູນໃຊ້ເຕັກໂນໂລຢີເຂົ້າໃນການເຄື່ອນໄຫວເລືອກຕັ້ງ, ຜ່ານນັ້ນ ປະກອບສ່ວນປັບປຸງລະບົບການເມືອງ ແລະ ພັດທະນາປະເທດຊາດ.

ນອກຈາກນັ້ນແລ້ວ, ບັນດາສຳນັກຂ່າວສານສາກົນ ເຊັ່ນ: Reuters (ອັງກິດ), AFP (ຝລັ່ງ),…  ກໍໄດ້ໃຫ້ຂ່າວກ່ຽວກັບວັນບຸນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນຂອງ ຫວຽດນາມ ເຊັ່ນດຽວກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ