ການປະຊຸມຂ່າວກ່ຽວກັບກອງປະຊຸມ ສຳມະນາສຳພັນສູ້ຮົບພິເສດ ຫວຽດນາມ-ລາວ

ການປະຊຸມຂ່າວກ່ຽວກັບກອງປະຊຸມ ສຳມະນາສຳພັນສູ້ຮົບພິເສດ ຫວຽດນາມ-ລາວ - ảnh 1

(ພາບ:cema.gov.vn)

(VOV)- ຕອນ​ເຊົ້າວັນ​ທີ 5/11, ຢູ່​ນະຄອນຫຼວງ​ວຽງ​ຈັນ, ກະຊວງ​ປ້ອງ​ກັນ​ປະ​ເທດ​ລາວ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ສຳ​ມະ​ນາ “ສາມັກ​ຄີ​ຮ່ວມ​ສຳພັນ​ສູ້​ຮົບ​ພິ​ເສດ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ​ຫວຽດນາມ-​ລາວ; ລາວ-​ຫວຽດນາມ-ພຶດຕິ​ກຳ​ຕົວ​ຈິງ ​ແລະ ບົດຮຽນ​ປະຫວັດສາດ“. ຕາມ​ນັ້ນ​ແລ້ວ, ກອງ​ປະຊຸມ​ສຳ​ມະ​ນາ​ສຸມ​ໃສ່​ຢັ້ງຢືນ​ແຜນ​ນະ​ໂຍບາຍ, ​ແນວທາງ​ສາມັກຄີ​ຮ່ວມ​ສຳພັນ​ສູ້​ຮົບພິ​ເສດ​ຫວຽດນາມ-​ລາວ; ລາວ-​ຫວຽດນາມ​ ໃນ​ການ​ຕໍ່ຕ້ານ​ສອງ​ຄັ້ງຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ; ​ເຮັດ​ແຈ້ງ​ວິວັດ​ການ​ສາມັກຄີຮ່ວມ​ສຳພັນ​ສູ້​ຮົບ; ສົມທົບ​ກັນ​ສູ້ຮົບ, ຕັດສິນ​ໃຈ​ເອົາ​ຊະນະ, ​ເຈດ​ຈຳນົງ, ມານະ​ຈິດ ​ແລະ ກຳລັງ​ຫົວຄິດ​ປະດິດ​ສ້າງ; ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ລຳບາກນາໆ​ປະການ, ການ​ເສຍສະຫຼະຂອງ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ສອງ​ປະ​ເທດຫວຽດນາມ-​ລາວ ​ໃນ 30 ປີ ດຳ​ເນີນ​ການ​ຕໍ່ຕ້ານຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ ​ແລະ ພວກ​ລ່າ​ເມືອງ​ຂຶ້ນ​ຝະລັ່ງ, ​ໃນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ປົກ​ປັກຮັກ​ສາອະທິປະ​ໄຕ​ເຂດ​ດິນ​ແດນຂອງ​ສອງ​ປະ​ເທດ. ກອງ​ປະຊຸມ​ສຳ​ມະ​ນາ​ປະກອບສ່ວນ​ເພີ່ມ​ທະວີ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດຫວຽດນາມ-​ລາວ ​ໃນ​ໄລຍະ​ໃໝ່.

ຂ່າວ/ບົດ​ອື່ນ