ການປະຊຸມຂ່າວວຽກງານກະກ່ຽມໃຫ້ ສັບປະດາທ່ອງທ່ຽວ Ha Long, Quang Ninh 2012

ການປະຊຸມຂ່າວວຽກງານກະກ່ຽມໃຫ້ ສັບປະດາທ່ອງທ່ຽວ Ha Long, Quang Ninh 2012 - ảnh 1
ການ​ປະຊຸມ​ຂ່າວວຽກ​ງານ​ກະ​ກ່ຽມ​ໃຫ້​ສັບປະດາ​ທ່ອງ​ທ່ຽວ Ha Long 2012
( ພາບ: xaluan.com )

( vovworld ) –   ຕອນ​ບ່າຍ​ວັນ​ທີ 23/4, ຢູ່​ນະຄອນ Ha Long, ຄະນະ​ກຳມະການ​ປະຊາຊົນ​ແຂວງ Quang Ninh ​ໄດ້​ຈັດການ​ປະຊຸມ​ຂ່າວ​ປະກາດ​ໝາກຜົນຂອງ​ວຽກ​ງານ​ການກະ​ກຽມ​ໃຫ້​ແກ່ສັບປະດາ​ທ່ອງ​ທ່ຽວ Ha Long - Quang Ninh 2012 ​ແລະ ຄຳນັບ​ຮັບ​ຕ້ອນ​ພິທີ​ຮັບ​ນາມມະຍົດ ອ່າວ Ha Long - ສິ່ງມະຫັດສະຈັນ​ທຳ​ມະ​ຊາດ​ໃໝ່​ຂອງ​ໂລກ. ​ໃນ​ຈຳນວນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງສັບປະດາ​ທ່ອງ​ທ່ຽວ Ha Long - Quang Ninh 2012, ນອກຈາກ​ 13 ລາຍການ​ທີ່​ໄດ້​ປະກາດ ຈະ​ມີ​ຫຼາຍ​ລາຍການ​ສະແດງສີລະ​ປະ​ທີ່​ເປັນ​​ເອກະ​ລັກສະ​ເພາະ​ໃນ​ຄໍ່າ​ຄືນ​ວັນ​ທີ 27/4 ຢູ່​ເດີ່ນ​ຂອງສູນວັດທະນະທຳ Ha Long   ​ເພື່ອຄຳນັບ​ຮັບ​ຕ້ອນ​ພິທີຮັບ​ນາມມະຍົດສິ່ງມະຫັດສະຈັນ​ທຳ​ມະ​ຊາດ​ໃໝ່​ຂອງ​ໂລກ ​ໃນເວລາ​ດຽວ​ກັນຢູ່​ສະໜາມກິລາ​ແຫ່ງ​ຊາດ My Dinh – Ha Noi. ມາ​ຮອດ​ປະຈຸ​ບັນ, ວຽກ​ງານ​ກະ​ກຽມ​ໃຫ້​ແກ່ສັບປະດາ​ທ່ອງ​ທ່ຽວ Ha Long - Quang Ninh 2012 ​​ໄດ້​ສຳເລັດ​ແລ້ວ. ທ່ານ Ha Quang Long,​ ຫົວໜ້າ​ພະ​ແນ​ກວັດທະນະທຳ​, ກິລາ ​ແລະ ທ່ອງທ່ຽວ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳສັບປະດາ​ທ່ອງ​ທ່ຽວ Ha Long - Quang Ninh 2012 ​ໃຫ້​ຮູ້​ວ່າ.

  “ ທ້ອງ​ຖິ່ນ​ຕ່າງໆ​ທີ່ເຂົ້າ​ຮ່ວມ​ບັນດາລາຍການ​ດັ່ງກ່າວ​ໄດ້​ມີ​ການ​ກະກຽມ​ຮຽບຮ້ອຍ ​ແລະ ຄົບ​ຖ້ວນທັງ​ຈຳນວນ ​ແລະ ຄຸນ​ນະພາ​ບ. ບັນດາ​ລາຍການ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຄືປະດັບ​ຍົດຂອງ​ຊາວ​ເຜົ່າ Dao ຢູ່ Hoanh Bo, ພິທີ​ໄຫວ້​ບູຊາ​ເທວະ​ດາ​ຟ້າ​ແຖນຂອງ​ຊາວ San Diu ຢູ່ Van Don ຫຼື ພິນ​ຕິງຂອງ​ຊາວ​ເຜົ່າ Tay ຢູ່ Binh Lieu… ​ເມື່ອ​ຖາມ​ປະຊາຊົນ​ເຂົ້າ​ຮ່ວມ​ງານ​ບຸນ, ​ໃຜໆ​ກໍ່​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ​ເມື່ອ​ໄດ້​ເຂົ້າ​ຮ່ວມ​ໜື່ງ​ໃນ​ບັນດາ​ງານ​ບຸນ​ຂອງ​ແຂວງ, ນີ້​ກໍ່​ແມ່ນ​ຈຸດ​ໃໝ່ຂອງ Canaval ປີ​ນີ້ ​ເມື່ອ​ສະ​ແດງ​​ໃຫ້​ເຫັນສີສັນ​ວັດທະນະທຳ​ບັນດາ​ເຜົ່າ​ຂອງ​ແຂວງ Quang Ninh ”.

ຂ່າວ/ບົດ​ອື່ນ