ການປະຊຸມຂ່າວສາກົນກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ

ການປະຊຸມຂ່າວສາກົນກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີອາເມລິກາ - ảnh 1
ການປະຊຸມຂ່າວສາກົນກ່ຽວກັບການຢ້ຽມຢາມຫວຽດນາມ
ຂອງປະທານາທິບໍດີອາເມລິກາ
(ພາບ: TTXVN)(vovworld) - ​ ​ ​ຕອນ​ເຊົ້າ​ວັນ​ທີ 19/05, ຢູ່ ວໍຊິງ​ຕັນ ດີຊີ, ສູນ​ສື່​ມວນ​ຊົນ​ສາ​ກົນ ກະ​ຊວງ​ການ​ຕ່າງ​ປະ​ເທດແຫ່ງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ສາ​ກົນ ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ໃນ​ລະ​ຫວ່າງວັນ​ທີ 23 – 25/05 ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama.

        ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ບັນ​ດາ​ນັກ​ຂ່າວ​ສາ​ກົນ, ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອາ​ເມ​ລິ​ກາ Daniel Russel ແລະ ​ຜູ້​ອຳ​ນວຍ​ການ​ຂັ້ນ​ສູງ​ຂອງ​ສະ​ພາ​ປ້ອງ​ກັນ​ຄ​ວາມ​ສະ​ຫງົບ​ແຫ່ງ​ຊາດ Daniel Kritenbrink ໃຫ້​ຮູ້​ວ່າ, ການ​ໄປ​ຢ້​ຽມ​ຢາມຫວຽດ​ນາມ ແລະ ຍີ່​ປຸ່ນ ແມ່ນ​ການຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ສຳ​ລັບ​ນະ​ໂຍ​ບາຍ​ ສ້າງຄວາມ​​ດຸ່ນ​ດ່ຽງອາ​ຊີ - ປາ​ຊີ​ຟິກ​​ ຄືນໃໝ່ຂອງອາ​ເມ​ລິ​ກາ ແລະ ​ຍົກ​ໃຫ້​ເຫັນ 2 ປັດ​ໃຈ​ຕົ້ນ​ຕໍ່​ຂອງ​ຍຸ​ດ​ທະ​ສາດ​​ນີ້. ທີໜຶ່ງແມ່ນເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ທີ່​ເປັນ​ມູນ​ເຊື້ອ ແລະ ທີ 2 ແມ່ນ ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ໃໝ່​ກັບ​ບັນ​ດາ​ປະ​ເທດ​ທີ່​ພ້ວມ​ພົ້ນ​ເດັ່ນ​ຂຶ້ນ​ໃນ​ພາກ​ພື້ນ​ຄື​ຫວຽດ​ນາມ. ທ່ານ Daniel Russel ເນັ້ນ​ໜັກ​ວ່າ.

        “ນີ້​ແມ່ນ​ຄັ້ງ​ທຳ​ອິດໄປ​ຢ້ຽມ​ຢາມ​​ຫວຽດ​ນາມ ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ Barack Obama ແລະ ກ​ໍ​ແມ່ນ​ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ຄົນ​ທຳ​ອິດພາຍ​ຫຼັງໄລ​ຍະເກືອບ 10 ປີ. ແຕ່​ສິ່ງ​ສຳ​ຄັນ​ກວ່າ​ໝູ່​ແມ່ນ ການ​ຢ້ຽມ​ຢາມ​ນີ້​ໄດ້​ເປັ​ນ​ຂີດ​ໝາຍ​​​ບັນ​ດາ​ບາດ​ກ້າວ​ກະ​ໂດດ​ຂັ້ນໃນ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ”.

        ຕາ​ມ​ທ່ານ Daniel Russel ແລ້ວ, ຫວຽດ​ນາມ ພວມ​ກາຍ​ເປັນ​ຄູ່​ຮ່ວ​ມ​ທີ່​ຈຳ​ເປັນ​ຂອ​ງ​ບັນ​ດາ​ປະ​ເທດ​ໃນ​ບັນ​ຫາ​ຫຼາຍ​ຝ່າຍ​ຄື ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP), ຮັກ​ສາ​ກົດ​ໝາຍ​ບົນ​ທະ​ເລ ຫຼື ແກ້​ໄຂ​ກາ​ນ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ໂດຍ​ສັນ​ຕິ​ວິ​ທີ.
ສ່ວນ​ທ່ານ Daniel Kritenbrink, ຜູ້​ອຳ​ນວຍ​ການ​ຂັ້ນ​ສູ​ງ​ສະ​ພາ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ:

        “ຫນຶ່ງ​ໃນ​ບັນ​ດາ​ຈຸດ​ພົ້ນ​ເດັ່ນ​ພິ​ເສດ​ຂອງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ສັດ​ຕະ​ວັດ​ທີ 21 ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ລວມ​ຂອງ​ສອງ​ຝ່າຍ​ໃນ​ການ​ຊຸກ​ຍູ້​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ ໂດຍ​ອີງ​ໃສ່​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ​ຢູ່ ອາ​ຊີ -ປາ​ຊີ​ຟີກ, ຊື່​ງ​ແມ່ນ​ສະ​ຖານ​ທີ​່​ບັນ​ດາ​ປະ​ເທດ​ສາ​ມາດ​ສືບ​ຕາມ​ບັນ​ດາ​ຈຸດ​ໝາຍ​ຂອງ​ຕົນ​ໂດຍ​ສັນ​ຕິ​ພາບ ແລະ ສອດ​ຄ​ອ່ງ​ກັບ​ກົດ​ໝາຍ​ສາ​ກົນ.  ອາ​ເມ​ລິ​ກາ ປາດ​ຖະ​ຫນາ​ຢາກ​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກັບ​ການ​ນຳ​ຫວຽດ​ນາມ ກ່ຽວ​ກັບ​ຮູບ​ການ​ຮ່ວມ​ມື​ເພື່ອ​ເພີ່ມ​ທະ​ວີ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອ​ງ​ກັນ​ຄວາ​ມ​ສະ​ຫງົບ​ປອດ​ໄພ​ຢູ່​ທະ​ເລ​ຂອງ​ຫວຽດ​ນາມ.”

 

ຂ່າວ/ບົດ​ອື່ນ